ການເຄື່ອນໄຫວການຕ່າງປະເທດຂອງສະພາແຫ່ງຊາດປະກອບສ່ວນຍົກສູງທີ່ຕັ້ງບົດບາດແລະອິດທິພົນຊື່ສຽງຂອງຫວຽດນາມໃນໂລກ

ການເຄື່ອນໄຫວການຕ່າງປະເທດຂອງສະພາແຫ່ງຊາດປະກອບສ່ວນຍົກສູງທີ່ຕັ້ງບົດບາດແລະອິດທິພົນຊື່ສຽງຂອງຫວຽດນາມໃນໂລກ - ảnh 1
ສາດສະດາຈານ, ດຣ ຟ້າ​ມມິ​ງ​ເຊີນ, ຫົວໜ້າພະ​ແນ​ກພົວພັນ​ຕ່າງປະ​ເທດ - ສະຖາ​ບັນ​ສື່ມວນ​ຊົນ ​ແລະ ​ໂຄສະນາ​ເຜີ​ຍ​ແຜ່
(ພາບ: vnexpress.net)

(vovworld) – ຕອນ​ເຊົ້າ​ວັນ​ທີ 4/9, ຢູ່​ແຂວງ ​​ເງ້ອານ, ກຳມາ​ທິການ​ການ​ຕ່າງປະ​ເທດຂອງ​ສະພາ​ແຫ່ງ​ຊາດຈັດ​ຕັ້ງ​ກອງ​ປະຊຸມ​ພິຈາລະນາ​ມາດ​ຕະການ​ຍົກ​ສູງ​ປະສິດທິ​ຜົນ​​ວຽກ​ງານ​ສື່ສານ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ຍອມຮັບ​ໃນ​ຊຸມ​ປີຜ່ານມາ, ພ້ອມ​ກັບ​ການ​ເຄື່ອນ​ໄຫວ​ສື່ສານ​ຕ່າງປະ​ເທດລວມຂອງ​ພັກ ​ແລະ ລັດ ​ວຽກ​ງານສື່ສານ​ຕ່າງປະ​ເທດ​ຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ໂຄສະນາ​ເຜີ​ຍ​ແຜ່​ພາບ​ພົດ​ຂອງ ຫວຽດນາມ, ຍົກ​ສູງ​ທີ່​ຕັ້ງ​ບົດບາດ ​ແລະ ອິດ​ທິພົນ​ຊື່​ສຽງ​ຂອງ ຫວຽດນາມ ​ໃນ​ໂລກ, ປັບປຸງ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ ​ແລະ ບັນດາ​ອົງການ​ສາກົນ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ຊາຍ​ແດນ, ທະ​ເລ ​ແລະ ໝູ່​ເກາະ. ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ສື່ສານ​ການ​ຕ່າງປະ​ເທດ​ຂອງ​ສະພາ​​ແຫ່ງ​ຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ຜູ້​ແທນສຸມ​ໃສ່​ປຶກສາ​ຫາລື 7 ໝວດ​ມາດ​ຕະການ, ​ໃນ​ນັ້ນ​ມີ 2 ໝວດ​ມາດ​ຕະການ​ສຳຄັນ​ນັ້ນ​ແມ່ນ: “ຊາບ​ຊຶມ​ບັນດາ​ທັດສະນະ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ, ລັດ ​ເພື່ອ​ຊີ້​ນຳ​ວຽກ​ງານ​ສື່ສານ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ” ​ແລະ “ການ​ປ່ຽນ​ໃໝ່ ​ແລະ ປັບ​ປຸງ​ກົນ​ໄດ​ຊີ້​ນຳ, ນຳພາ ຈັດ​ຕັ້ງ ​ແລະ ຕີ​ລາຄາ​ວຽກ​ງານ​ສື່ສານ​ກັບ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ”. ຮອງ​ສາດສະດາຈານ, ດຣ ຟ້າ​ມມິ​ງ​ເຊີນ, ຫົວໜ້າພະ​ແນ​ກພົວພັນ​ຕ່າງປະ​ເທດ - ສະຖາ​ບັນ​ສື່ມວນ​ຊົນ ​ແລະ ​ໂຄສະນາ​ເຜີ​ຍ​ແຜ່, ​ໃຫ້​ຮູ້​ວ່າ:

    “​ໃນ​ສະພາບ​ການ​ປະ​ຈຸ​ບັນ, ວຽກ​ງານ​ສື່ສານ​ກັບ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ​ໄດ້ວາງ​ອອກ​ບັນດາ​ຄຳ​ຮຽກຮ້ອງ​ໃໝ່. ກ່ອນ​ອື່ນ​ໝົດ​ຄວນ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ສື່ສານ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ, ປັບປຸງ​ເພື່ອ​​ໃຫ້ການເຄື່ອ​ນ​ໄຫວ​ນີ້​ມີ​ປະສິດທິ​ຜົນ​ກ່ວາ​, ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ທີ່ນັບ​ມື້​ນັບ​ສູງ​ຂອງ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ ກໍ່​ຄື​ການ​ສົມທົບ​ກັບ​ການ​ເຄື່ອນ​ໄຫວ​ສື່ສານ​ກັບ​ຕ່າງປະ​ເທດ​ອື່ນໆ​ຂອງ​ພັກ ​ແລະ ລັດ.”



ຂ່າວ/ບົດ​ອື່ນ