ການເຄື່ອນໄຫວຂັ້ນສູງຕ່າງໆຢູ່ນອກOlympic Sochi2014

ການເຄື່ອນໄຫວຂັ້ນສູງຕ່າງໆຢູ່ນອກOlympic Sochi2014 - ảnh 1
ທ່ານປະທານາທິບໍດີ​ປະ​ເທດ​​ເຈົ້າພາບ Vladimir Putin
(ພາບປະກອບ)

(vovworld) – ​ງານ​ມະຫາ​ກຳ​ກິລາ Olympic ລະດູ​ໜາວ Sochi 2014 ​ເລີ່​ມ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ດ້ວຍ​ພິທີ​ໄຂ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ຕອນ​ຄຳ່ວັນ​ທີ 7/2 (ຕາມ​ເວລາ​ມົດ​ສະ​ກູ) ຢູ່​ສະໜາມກິ​ລາ Fisht, ນະຄອນ Sochi. ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki moon ​ແລະ ປະມຸກ​ລັດ​ກ່ວາ 40 ທ່ານ, ການ​ນຳ​ບັນດາ​ປະ​ເທດ​ໃນ​​ໂລກ​​ເກືອບ​ 60 ທ່ານ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ Olympic Sochi 2014. ​ໃນ​ໄລຍະ​ດຳ​ເນີນ​ງານ​ມະຫາ​ກຳ​ກິລາ​ຢູ່ ລັດ​ເຊຍ, ຈະ​ດຳ​ເນີນ​ການ​ພົບ​ປະ​ຂັ້ນ​ສູງ​ລະຫວ່າງ ລັດ​ເຊຍ ກັບ​ປະ​ເທດ​ຕ່າງໆ​.

        ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ​ບັນດາ​ປະມຸກ​ລັດ, ການ​ນຳ​ຂັ້ນ​ສູງ​ຂອງ​ຫຼາຍ​ປະ​ເທດທີ່​ມີ​ນັກ​ກິລາ​ເຂົ້າ​ຮ່ວມ​, ທ່ານປະທານາທິບໍດີ​ປະ​ເທດ​​ເຈົ້າພາບ Vladimir Putin, ຢືນຢັນ​ວ່າ:

        “ງານ​ມະຫາ​ກຳ​ກິລາ​ລະດູ​ໜາວ​ຄັ້ງ​ທີ 22 ດ້ວຍ​ການ​ແຂ່ງຂັນ​ຕ່າງໆ ບໍ່​ພຽງ​ແຕ່​​ແມ່ນງານ​ບຸນ​ຂະໜາດ​ໃຫຍ່​ເທົ່າ​ນັ້ນ, ຫາກ​ນີ້​ແມ່ນສັນຍາ​ລັກ​​ແຫ່ງ​ຄວາມ​ເປັນ​​ເອກະ​ພາບ, ​ເປີດ​ອົກ​ເປີດ​ໃຈ ​ແລະ ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ຂອງ​ປະຊາຊົນ​ນັບ​ລ້ານ​ຄົນ​ໃນ​ໂລກ​ອີກ​ດ້ວຍ. ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​​ທີ່​ສຸດ​ເພາະວ່າ​ມື້​ນີ້, ຊີຣີ ​ໄດ້​ຮັບຮອ​ງ​ເອົາ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໃນ​ເວລາ​ 4 ວັນ ​ແລະ ​​ເພື່ອ​ສົ່ງ​ຜູ້​ຖືກ​ບາດ​ເຈັບ, ​ແມ່​ຍິງ ​ແລະ ​ເດັກນ້ອຍ​ອອກ​ຈາກ​ເຂດ​ສຸ້ຮົບ. ຂ້າພະ​ເຈົ້າ​ຂໍສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຄະນະ​ກຳມະການ Olympic, ສະຫະ​ປະຊາ​ຊາດ ​ໄດ້​ຮຽກຮ້ອງ​ບັນດາ​ຝ່າຍ​ປະ​ທະ​ກັນ​ຮັບຮອງ​ເອົາ​ຂໍ​້ຕົກລົງ​ນີ້. ຂ້າພະ​ເຈົ້າ​ຫວັງ​ວ່າ, ນີ້ຈະ​ແມ່ນ​ມູນ​ເຊື້ອ​ອັນ​ດີງາມ.”

        ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານາທິບໍດີ​ມີ​ການ​ພົບ​ປະ 2 ຝ່າ​ຍກັບ​ປະທານາທິບໍດີ​ປະ​ເທດ​ບ້ານ​ໃກ້​ເຮືອ​ນຄຽງ Tajikistan, ທ່ານ​ປະທານ​ປະ​ເທດ ຈີນ, ທ່ານ​ນາຍົກ​ລັດຖະມົນຕີ ຕວກກີ ​ແລະ ນາຍົກລັດຖະມົນຕີ ​ໂຮ​ນລັງ.​​.​..
ຂ່າວ/ບົດ​ອື່ນ