ການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນຢູ່ ອິນເດຍ

(vovworld) – ຕອນ​ບ່າຍ​ວັນ​ທີ 10/12, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Pranab Mukherjee. ນະ​ທີ່ນີ້, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ “ນະ​ໂຍ​ບາຍ​ມຸ່ງ​ໄປ​ສູ່​ທິ​ດ​ຕາ​ເວັນ​ອອກ​” ແລະ ການ​ເພີ່ມ​ທະ​ວີກ​ານ​ມີ​ໜ້າ, ເຊື່ອມ​ຕໍ່​ຂອງ ອິນ​ເດຍ ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ສະ​ໜັບ​ສະ​ໜູນ ອິນ​ເດຍ ມີ​ທີ່​ຕັ້ງ​ບົດ​ບາດ​ເໝາະ​ສົມ​ໃນ​ປະ​ຊາ​ຄົມ​ໂລກ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ຂອບ​ອົກ​ຂອບ​ໃຈ ແລະ ຕີ​ລາ​ຄາ​ສູງຫຼັກ​ໝັ້ນ​ຕັ້ງ​ໜ້າ​ຂອງ ອິນ​ເດຍ ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ.

ການເຄື່ອນໄຫວຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນຢູ່ ອິນເດຍ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Pranab Mukherjee ແລະ ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)


        ສ່ວນ​ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Pranab Mukherjee ຖື​ວ່າ: ອິນ​ເດຍ ແລະ ຫວຽດ​ນາມ ຕ້​ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ຍູ້​ແຮງ​ບັນ​ດາ​ມາດ​ຕະ​ການ​ສົ່ງ​ເສີມ​ແລກ​ປ່ຽນ​ການ​ຄ້າ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ສະ​ດວກ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ, ປະ​ຕິ​ບັດ​ຄາດ​ໝາຍ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນ​ລຸ 15 ຕື້ USD ໃນ​ປີ 2020 ຄື​ການ​ນຳ 2 ປະ​ເທດ​ເປັນ​ເອ​ກະ​ພາບນຳ​ກັນ​ປະ​ສົບ​ຜົນ​ສຳ​ເລັດ.

        ແລະ​ກໍ່​ໃນ​ວັນ​ທີ 10/12, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ມີ​ການ​ພົບ​ປະ​ກັບ​ສະ​ມາ​ຊິ​ກກອງ​ທຶນ ອິນ​ເດຍ ຢູ່​ນະ​ຄອນຫຼວງ ນີວ​ເດ​ລີ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຫວັງ​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, 2 ປະ​ເທດ​ຈະ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ໃໝ່​ຄື: ນຳ​ໃຊ້​ພະ​ລັງ​ງານ​​ປະ​ລະ​ມາ​ນູ​ເພື່ອ​ຈຸດ​ປະ​ສົງ​ສັນ​ຕິ​ພາບ, ຄົ້ນ​ຄ້​ວາ ແລະ ນຳ​ໃຊ້​ອາ​ວະ​ກາດ​ເພື່ອ​ຈຸດ​ປະ​ສົງ​ສັນ​ຕິ​ພາບ, ພະ​ລັງ​ງານ​ຜະ​ລິດ​ຄື​ນ​ໃໝ່, ນຳ​ໃຊ້​​ອຸ​ປະ​ກອນ​ປະ​ຢັດ​ໄຟ​ຟ້າ…

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ຕ້ອນ​ຮັບ​ທ່ານ Dinesh Kumar Sarraf, ປະ​ທານ, ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ບໍ​ລິ​ສັ​ດ​ນ້ຳ​ມັນ​ອາຍ​ແກັດ ອິນ​ເດຍ ONGC Videsh. ທີ່​ການ​ຕ້ອນ​ຮັບ, ຜູ້​ຕາງ​ໜ້າ​ບໍ​ລິ​ສັດ ONGC Videsh ຫວັງ​ວ່າ ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ສະ​ໜັບ​ສະ​ໜູນ​ບັນ​ດາ​ໂຄງ​ການ​ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກັດ​ຢູ່ ຫວຽດ​ນາມ, ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ ຫວຽດ​ນາມ ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ