ການເຄື່ອນໄຫວຂອງລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາຢູ່ຫວຽດນາມ

ການເຄື່ອນໄຫວຂອງລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາຢູ່ຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​​ຕ້ອນຮັບ
​ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ John Kerry
(ພາບ: TTXVN)


​​(vovworld) - ຕອນ​ບ່າຍ​ວັນ​ທີ 07/08, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ໃຫ​​້ການ​ຕ້ອນຮັບ​ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​​ເມ​ລິ​ກາ John Kerry ພວມ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທີ່​ການ​ພົບ​ປະ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເຊື່ອ​ໝັ້ນ​ວ່າ, ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການຂອງ​ທ່ານ John Kerry ຄັ້ງ​ນີ້ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ໃນ​ທຸກ​ຂົງ​ເຂດ ​ໃນ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ເປ​ີດກວ້າງ​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ສຶກສາ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ການ​ຄົ້ນ​ຄວ້າ ​ແລະ ພັດທະນາ.

        ສ່ວນ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry  ຢືນຢັນ​ວ່າ, ການ​ສຶກສາ, ວິທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ​ແມ່ນ​ໜຶ່ງ​​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ສຳຄັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ​ໃນ​ນັ້ນ ຜົນສຳ​ເລັດ​ຂອງ​ມະຫາ​ສິທະຍາ​​ໄລ Fulbright ຢູ່​ຫວຽດນາມ ​ໄດ້​ປະກອບ​ສ່ວນ​ປັບປຸງ​ການ​ຮ່ວມ​ມື​ດ້ານ​ກາ​ນສຶກສາ ​ແລະ ​​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ