ການເຄື່ອນໄຫວຕອບສະໜອງວັນທົ່ວໂລກປ້ອງກັນ ແລະຕ້ານ HIV/AIDS

ການເຄື່ອນໄຫວຕອບສະໜອງວັນທົ່ວໂລກປ້ອງກັນ ແລະຕ້ານ HIV/AIDS  - ảnh 1
(ພາບ:http://www.baomoi.com)

ຫຼາຍ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ ຕອບ​ສະໜອງ​ວັນ​ ທົ່ວ​ໂລກ​ປ້ອງ​ກັນ ​ແລະ ຕ້ານ HIV/AIDS ຄືວັນ​ທີ 1/12. ວັນ​ທີ 30/11, ສູນປ້ອງ​ກັນ ​ແລະ ຕ້ານ HIV/AIDS ນະຄອນ ດ່າ​ນັ້ງ​ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ບັນດາ​ຜູ້​ຕິດ HIV ​ໃນ​ນະ ຄອນ ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ວຽກ​ງານ​ເບິ່ງ​ແຍງ​ສຸຂະພາບ ​ແລະ ​ປ້ອງ​ກັນ ບໍ່​ໃຫ້ HIV/AIDS ​ແຜ່​ຂະຫຍາຍ​ໃນ​ວົງ​ຄະນາ​ຍາດ. ​ໃນ​ໂອກາດ​ນີ້, ສູນ ປ້ອງ​ກັນ ​ແລະ ຕ້ານ HIV/AIDS ກໍ່​ມອບ​ຂອງຂວັນ​ໃຫ້ຜູ້​ຕິດ HIV/AIDS ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ 100 ຄົນ. ທ່ານ ​ເລ​ວັນ​ທົງ, ຜູ້​ຕິດ HIV, ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

    ”ຂ້າພະ​ເຈົ້າ​ຫວັງ​ວ່າ​ທຸກ​ຄົນ​ຈະ​ຖື​ຜູ້​ຕິດ HIV ຄື​ດັ່ງ​ຄົນ​ທຳ​ມະ​ດາ, ສ້າງ​ເງື່ອນ​ໄຂ, ​ແລະ​ເຫັນ​ອົກ​​ເຫັນ​ໃຈນຳ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະນາ​ຍາດ, ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຈາກ​ສອງ​ຝ່າຍ ​ຈະ​ຊ່ວຍ​ໃຫ້​ວຽກ​ງານ​ປ້ອງ​ກັນ ​ແລະ​ ຕ້ານ HIV/AIDS ມີ​ປະສິດທິ​ຜົນ​ທີ່​ສຸດ”.

    ສູນປ້ອງ​ກັນ ​ແລະ ຕ້ານ HIV/AIDS  ​ແຂວງ ດັກ​ລັກ ກໍ່​ໄດ້​ປຸກລະດົມ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອປ້ອງ​ກັນ ​ແລະ ຕ້ານ HIV/AIDS ຄື​ປຸກລະດົມ​ປະຊາຊົນ​ຈົ່ງມີ​ການ​ກະທຳປ້ອງ​ກັນ ​ແລະ ຕ້ານ HIV/AIDS ດ້ວຍ​ຕົນ​ເອງ, ສຳ​ພັດ​ກັບ​ການ​ບໍລິການ​ປ້ອງ​ກັນ, ​ເບິ່ງ​ແຍງ ​ແລະ​ປິ່ນປົວ​ໃຫ້​ຜູ້​ຕິດ HIV/AIDS, ຕ້ານ​ການຈຳ​ແນ​ກການ​ປະພຶດ​ຕໍ່​ບໍ່​ດີ​ກັບ​ຜູ້​ຕິດ​ເຊື້ອ HIV/AIDS.

ຂ່າວ/ບົດ​ອື່ນ