ການເຄື່ອນໄຫວຕ່າງໆ ຂອງນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢູ່ສະຫະພັນ ລັດເຊຍ

ການເຄື່ອນໄຫວຕ່າງໆ ຂອງນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢູ່ສະຫະພັນ ລັດເຊຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ  ແລະ ທ່ານ​ປະທານ Duma ​ແຫ່ງ​ຊາດ ລັດ​ເຊຍ ທ່ານ Sergey Naryskin
(ພາບ: nguyentandung.org)

(vovworld) – ​​​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ສະຫະພັນ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ, ຕອນ​ຄຳ່​ວັນ​ທີ 14/5, ຢູ່​ນະຄອນຫຼວງ ມົດ​ສະ​ກູ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ມີການ​ພົບ​ປະ​ເຈລະຈາ​ກັບ​ປະທານ Duma ​ແຫ່ງ​ຊາດ ລັດ​ເຊຍ ທ່ານ Sergey Naryskin. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ທ່ານປະທານ Duma ​ແຫ່ງ​ຊາດ ລັດ​ເຊຍ Sergey Naryskin ສະ​ແດງ​ຄວາມ​ພາກ​ພຸມ​ໃຈ​ຕໍ່​ການ​ພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ. ລາຍ​ງານ​ບາງ​ໝາກຜົ​ນສຳຄັນ​ໃນ​ການ​ເຈລະຈາ​ກັບ​ນາ​ຍົກ​ລັດຖະມົນຕີ ລັດ​ເຊຍ D. Medvedev. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ  ​ໄດ້​ສົ່ງ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ທີ່​ເຊີນ​ທ່ານປະທານ Duma ​ແຫ່ງ​ຊາດ ລັດ​ເຊຍ Sergey Naryskin ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານປະທານ Duma ​ແຫ່ງ​ຊາດ ລັດ​ເຊຍ Sergey Naryskin ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ສະຫະພັນ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ​ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ຢືນຢັນ​ວ່າ​ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ​ຍຸດ​ທະ​ສາດ.

        ​ແລະ​ກໍ່​ໃນ​ຕອນ​ຄຳ່​ຂອງວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​​ໃຫ້ການ​ຕ້ອນຮັບ​ສະມາຄົມ​ມິດຕະພາບ ລັດ​ເຊຍ - ຫວຽດນາມ, ສະມາຄົມ​ອະ​ດິດນັກ​ຊ່ຽວຊານ​ການທະຫານ​ລັດ​ເຊຍ ​ແລະ ກຸ່ມ​ບໍລິສັດ​ໃຫຍ່​ຂອງ ລັດ​ເຊຍ ຈຳນວນ​ໜຶ່ງ. ທີ່​ການ​ຕ້ອນຮັບ, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ: ຫວຽດນາມ​ ຖື​ເປັນ​ສຳຄັນ ​ແລະ ໃຫ້ບຸລິມະສິດ​ແກ່ການພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ສະຫະພັນ ລັດ​ເຊຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເໜີ​ໃຫ້​ສະມາຄົມ​ມິດຕະພາບ ສະຫະພັນ ລັດ​ເຊຍ - ຫວຽດນາມ ສືບ​ຕໍ່​ຜັນ​ຂະຫຍາຍ​ການຊຸກ​ຍູ້​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ປະ​ເທດຢ່າງມີປະສິດທິ​ຜົນ​, ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​​ເຄື່ອນ​ໄຫວ​ວັດທະນະທຳ, ການທ່ອງທ່ຽວ​, ກໍ່​ຄື​ການ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ 2 ຝ່າຍ, ໜູນ​ຊ່ວຍ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ສະຫະພັນ ລັດ​ເຊຍ ຮຳ່​ຮຽນ ​ແລະ ດຳ​ເນີນ​ຊີວິດ​ເປັນ​ປົກກະຕິ, ປະກອບສ່ວນ​ຫຼາຍ​ກ່ວາ​ອີກ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລັດ​ເຊຍ. ສຳລັບ​ຜູ້​ຕາງໜ້າ​ບັນດາ​ວິ​ສາ​ຫະກິດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນວາ ​ລັດຖະບານ ຫວຽດນາມ ສ້າງ​ເງື່ອນ​ໄຂ​ສະດວກ​ທຸກຢ່າງໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ລັດ​ເຊຍ ລົງທຶນ ​ເຂົ້າ ຫວຽດນາມ, ຊົ​ມ​ເຊີຍ 2 ຝ່າຍ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນບັນດາ​ຂົງ​ເຂດ​ໃໝ່, ​ໃນ​ນັ້ນ​ມີ​ຂົງ​ເຂດ​ສຳ​ຫຼວດ, ຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ​ນ້ຳມັນ​ອາຍ​ແກ​ດ, ຕີຕາ​ນ, ການບິນ, ​ໂທລະ​ຄົມ.

ການເຄື່ອນໄຫວຕ່າງໆ ຂອງນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢູ່ສະຫະພັນ ລັດເຊຍ - ảnh 2
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ມີ​ການເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ D. Medvedev
(ພາບ: VGP/Nhật Bắc)

ກ່ອນ​ໜ້າ​ນັ້ນ, ຕອນ​​ແລງ​ວັນ​ທີ 14/5, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ໄດ້​ມີ​ການເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ D. Medvedev.  ທີ່​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Medvedev ສະ​ແດງ​ຄວາມ​ສະໜັບສະໜູນ​ສູງ​ສຸດ​ຕໍ່​ແນວທາງ​ພັດທະນາ​ເຊິ່ງ ຫວຽດນາມ ພວມ​ປະຕິບັດ​ໃນ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນຖານ​ເສດຖະກິດ ຄືນ​ໃໝ່, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງ. ນາຍົກລັດຖະມົນຕີ ທັງ 2 ທ່ານ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ເພີ່ມ​ທະວີ​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ທີ່ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສູງ​ຜ່ານ​ກົນ​ໄກ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ, ລະອຽດ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງ​ແມ່ນ​ທ່າ​ແຮງ​ຂອງ​ກັນ, ພິ​ເສດ​ເອົາ​ໃຈ​ໃສ່​ເນື້ອ​ໃນ​ເສດຖະກິດ. ນາຍົກລັດຖະມົນຕີທັງ 2 ທ່ານ​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຫວຽດນາມ - ສະຫະພັນ ລັດ​ເຊຍ ກໍ່​ຄື​ການ​ເພີ່ມ​ທະ​ວີ​ການ​ສົມທົບ​ກັນ​ເຄື່ອນ​ໄຫວ​ໃນ​ເວທີ​ສາກົນ.

        ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ນາຍົກລັດຖະມົນຕີ 2 ທ່ານ ຖື​ວ່າ 2 ປະ​ເທດ​ໄດ້​ມີ​ບັນດາ​ຄວາມ​ຄືບ​ໜ້າ​ໃນ​ການ​ຮ່ວມ​ມື 2 ຝ່າຍ ດ້ວຍ​ບັນດາ​ໂຄງການ​ຍຸດ​ທະ​ສາດ​ໃນ​ຂົງ​ເຂດ​ການ​ຄ້າ, ພະລັງງານ, ນ້ຳມັນ​ອາຍ​ແກັດ, ​ໄຟຟ້າ ນິວ​ເຄຼຍ, ບໍ່​ແຮ່. 2 ຝ່າຍ​ຕີ​ລາຄາ​ສູງ​ໝາກຜົນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ລະ​ຫວ່າງ​ຫວຽດນາມ ​ແລະ​ ພັນທະ​ມິດພາສີ ລັດ​ເຊຍ - ​ເບ​ລາຣຸດ ​ແລະ​ Kazakhstan.

        ​ໃນ​ຂົງ​ເຂດ​ພະລັງງານ, 2 ຝ່າຍ​ເນ​ັ້ນໜັກ​ວ່າການ​ເຄື່ອນ​ໄຫວ​ຂອງ​ບັນດາ​ວິ​ສາ​ຫະກິດ ​ແລະ ບໍລິສັດ​ຮ່ວມ​ທຸລະ​ກິດ​ນ້ຳມັນ​ອາຍ​ແກັດ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ​ບັນລຸ​ໝາ​ກປະສິດທິ​ຜົນ​ສູງ. 2 ຝ່າຍ​ກໍ່​ຢືນຢັນ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ປະຕິບັດ​ໃຫ້​ຖືກ​ກັບ​ຄວາມ​ຄືບ​ໜ້າ​ຂອງໂຄງການ​ກໍ່ສ້າງໂຮງງານ​ໄຟຟ້າ​ນິວ​ເຄຼຍ ບິ່ນ​ທ້ວນ.

ຂ່າວ/ບົດ​ອື່ນ