ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 60 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ


ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງ 60 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ - ảnh 1

ພິທີ​ເປີດ​ສະຫຼອງ​ໄລຍະ 1-ຫໍພິພິຕະພັນ​ໄຊຊະນະ​ປະຫວັດສາດ​ດ້ຽນບຽນ​ຝູ

(ພາບ: VTV Online)

(vovworld)- ຕອນບ່າຍວັນ​ທີ 5/5, ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ້ດຶກ​ດາມ ​ໄດ້​ເຂົ້າຮ່ວມ​ພິທີ​ເປີດ​ສະຫຼອງ​ໄລຍະ 1-ຫໍພິພິຕະພັນ​ໄຊຊະນະ​ປະຫວັດສາດ​ດ້ຽນບຽນ​ຝູ ຢູ່​ແຂວງ​ດ້ຽນບຽນ. ຫໍພິພິຕະພັນ​ໄຊຊະນະ​ປະຫວັດສາດ​ດ້ຽນບຽນ​ຝູ ​ແມ່ນ​ກິດຈະກຳ​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ​ເພື່ອ​ຂ່ຳນັບ​ຊົມ​ເຊີຍ​ວັນ​ໄຊຊະນະ​ດ້ຽນບຽນ​ຝູຄົບຮອບ 60 ປີ (7/5/1954-7/5/2014) ຊື່​ງ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ແຕ່​ເດືອນ 10/2012 ດ້ວຍ​ຍອດ​ມຸນຄ່າ​​ກ່ວາ 210 ຕື້​ດົ່ງ. ຫໍພິພິຕະພັນ​ໄດ້​ຮັບ​ການ​ກໍ່​ສ້າງ​ໃນ​ເນື້ອ​ທີ່​ທັງ​ໝົດ 22.000 ມ2 ​ແລະ ​ໄດ້​ວາງສະ​ແດງ​ວັດຖຸ​ພັນເກືອບ 1000 ຊິ້ນ ​ແລະ ຮູບ​ພາບ​ກ່ຽວ​ກັບ​ບັ້ນຮົບ​ດ້ຽນບຽນ​ຝູ.

  ​ໃນ​ວັນ​ດຽວ​ກັນ, ສຳນັກ​ຂ່າວສານ​ຫວຽດນາມ ​ໄດ້​ໄຂງານ​ວາງສະ​ແດງຮູບພາບ “ດ້ຽນບຽນ​ຝູ- 60 ປີ​ແຫ່ງ​ໄຊຊະນະ“ ຢູ່​ຮ່າ​ໂນ້ຍ. ງານ​ວາງສະ​ແດງ​ໄດ້​ແນະນຳ​ຮູບ​ພາບ​ສີ ​ແລະ ຂາວ​ດຳ 120 ​ແຜ່ນ ຊື່​ງ​ໄດ້​ຖ່າຍ​ບັນດາ​ຈຸດ​ເວລາ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ​ໃນ​ບັ້ນຮົບດ້ຽນບຽນ​ຝູ ​ແລະ ສ່ອງ​ແສງ​ບັນດາ​ຜົນງານ ​ແລະ ການ​ປ່ຽນ​ໃໝ່​ໃນ​ເຂດ​ດິນ​ແດນ​ດ້ຽນບຽນ​ໃນ 60 ປີຜ່ານ​ມາ. ​ເຂົ້າຮ່ວມ​ງານ​ວາງສະ​ແດງ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ​ໃຫ້​ຮູ້​ວ່າ:

   “ມື້​ນີ້, ​ເມື່​ອ​ເຂົ້າຮ່ວມງານ​ວາງສະ​ແດງຮູບພາບ “ດ້ຽນບຽນ​ຝູ- 60 ປີ​ແຫ່ງ​ໄຊຊະນະ“, ຂ້າພະ​ເຈົ້າມີ​ຄວາມ​ຕື້ນ​ຕັນ​ໃຈ​ທີ່​ສຸດທີ່ໄດ້​ຊົມບັນດາ​ຮູບ​ພາບ​ທີ່​ບໍ່​ເຄີຍ​ເຫັນ ຫລື​ວ່າ​ເຫັນ​ຮູບ​ພາບ​ເກົ່າ​ແຈ້ງ​ກ່ວາ, ລະອຽດກ່ວາ ​ແລ​ະ​ ໄດ້​ຮູ້​ຊື່​ຂອງ​ຜູ້​ຖ່າຍອີກ. ຂ້າພະ​ເຈົ້າຖື​ວ່າ, ບັນດາ​ຮູບ​ພາບກ່ຽວ​ກັບ​ດ້ຽນບຽນ​ຝູ​ໂດຍ​ນັກ​ຂ່າວຂ່າວສານ​ຫວຽດນາມ ຖ່າຍ​ໃນ​ບັນດາ​ຈຸ​ດເວລາ​ປະຫວັດສາດ ​ແມ່ນ​ພະຍານ​ຫຼັກ​ຖານ​ທີ່ຈະ​ຍືນ​ຍົງ​ຄົງ​ຕົວ​ກັບ​ປະຫວັດສາດ​ຕະຫຼອດ​ໄປ“./.

ຂ່າວ/ບົດ​ອື່ນ