ການເຄື່ອນໄຫວຕ່າງໆ ໃນໂອກາດວັນໃຊ້ ພາສາຝະລັ່ງຢູ່ຫວຽດນາມ


ການເຄື່ອນໄຫວຕ່າງໆ ໃນໂອກາດວັນໃຊ້ ພາສາຝະລັ່ງຢູ່ຫວຽດນາມ - ảnh 1

 (ພາບ : ambafrance-vn.org)

(vovworld)- ​ ​ເນື່ອງ​ໃນ​ໂອກາດ​ວັນ​ໃຊ້​ພາສາ​ຝະລັ່ງ​ສາກົນ (ຄືວັນ​ທີ 20/3), ຫ້ອງການ​ອົງການ​ພາສາ​ຝະລັ່ງ​ພາກ​ພື້ນອາຊີ-​ປາຊີ​ຟິກ ຢູ່​ຮ່າ​ໂນ້ຍ, ສະຖານທູດ​ຝະລັ່ງ ປະຈຳ​ຫວຽດນາມ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ບັນດາ​ອົງການ, ຄະນະ, ຂະ​ແໜງ​ການ​ຂອງ​ຫວຽດນາມ ​ໄດ້ສົມທົບ​ກັນ​ຈັດຕັ້ງ​ບັນດາ​ເຫດການ, ການ​ເຄື່ອນ​ໄຫວ​ຕ່າງໆ​ດ້ານ​ວັດ​ທະນະ​ທຳ, ວິທະຍາ​ສາດ, ປະຫວັດສາດ ​ແລະ ການ​ສຶກສາ…​ຢູ່​ນະຄອນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ ​ໃນ​ຕະຫຼອດ​ເດືອນ 3/2014. ຈຸດປະສົງ​ຂອງ​ບັນດາ​ການ​ເຄື່ອນ​ໄຫວ​ນີ້ ແມ່ນ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ພັດທະນາ​ພາສາ​ຝະລັ່ງ ກໍ່​ຄືນ້ຳ​ໃຈ​ສາມັກຄີ ​ແລະ ພ້ອມ​ກັນ​ດຳລົງ​ຊີວິດ. ພິ​ເສດ, ​ໃນ​ໂອກາດ​ວັນ​ໃຊ້​ພາສາ​ຝະລັ່ງ​ປີ​ນີ້, ທ່ານ Abdou Diouf ​ເລຂາທິການ​ໃຫ່ຍອົງການ​ໃຊ້​ພາສາ​ຝະລັ່ງ​ສາກົນ​ຈະ​ມາ​ຢ້ຽມຢາມ​ຫວຽດນາມ ​ແລະ ​ເຂົ້າຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ໃຊ້​ພາສາ​ຝະລັ່ງ​ສາກົນ​ຢ່າງ​ເປັນ​ທາງ​ການ​ຢູ່​ຮ່າ​ໂນ້ຍ./.

ຂ່າວ/ບົດ​ອື່ນ