ການເຄື່ອນໄຫວຕ່າງໆຕ້ອນຮັບບຸນເຕັດຂອງພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ

ການເຄື່ອນໄຫວຕ່າງໆຕ້ອນຮັບບຸນເຕັດຂອງພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ - ảnh 1
(ສະ​ຖານ​ທູ​ດ​ຫວຽດ​ນາມ ປະ​ຈຳ​ລາວ ໄດ້​ຈັດ​ງານ​ລ້ຽງ
​ພົວ​ພັນ​ຕ່າງ​ປະ​ເທດ​ຊົມ​ເຊີຍ​ບຸນ​ເຕັດ​ປີ​ວອກ 2016)


(vovworld) –​ ​​ຕອນ​ຄ່ຳ​ວັນ​ທີ 29/01, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ສະ​ຖານ​ທູ​ດ​ຫວຽດ​ນາມ ປະ​ຈຳ​ລາວ ໄດ້​ຈັດ​ງານ​ລ້ຽງ​ພົວ​ພັນ​ຕ່າງ​ປະ​ເທດ​ຊົມ​ເຊີຍ​ບຸນ​ເຕັດ​ປີ​ວອກ 2016 ແລະ ຂ່ຳ​ນັບຊົມ​ເຊີຍ​ຜົນ​ສຳ​ເລັດ​ຂອງກອງ​ປ​ະ​ຊຸມ​ໃຫຍ່​ຜູ້​ແທ​ນ​ທົ່ວ​ປະ​ເທດ​​ຄັ້ງ​ທີ 12 ຂອງ​ພັກ. ກ່່​າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ວິ​ສາ​ມັນ​ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ສ​.ຫວຽດ​ນາມ, ປະ​ລິ​ຍາ​ເອກ ຫງວຽນ​ແມ້ງ​ຮຸ່ງ ໄດ້​ສົ່ງ​ຄຳ​ອວຍ​ພອນ​ປີ​ໃໝ່​ອັນ​ດີິ​ງາມ​ທີ່​ສຸດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ ເຖິງ​ບັນ​ດາ​ການ​ນຳ​ລາວ​ ແລະ ບັນ​ດ​າ​ແຂກ​ຜູ້​ມີກ​ຽດ​ເຂົ້​າ​ຮ່ວມ​ລາຍ​ການ​ຕ້ອບ​ຮັບ​ບຸ​ນ​ເຕັດ​ປີ​ວອກ 2016. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເນັ້ນ​ໜັ​ກວ່າ, ປີ 2016 ແມ່ນ​ປີ​ສຳ​ຄັນ​ສຳ​ລັບ​ແຕ່​ລະ​ປະ​ເທດ. ພິ​ເສດ, ​ປີ 2016 ແມ່​ນ​ປີ​ທີ່​ລາວ​ຮັບ​ຕຳ​ແໜ່ງ​ເປັນ​ປະ​ທານ​ອາ​ຊຽນ ໃນ​ສະ​ພາບ​ທີ່​ເປັນ​ປີ​ທຳ​ອິດ 2 ປະ​ເທດ​ພ້ອມ​ກັ​ນ​ຜັ​ນ​ຂະ​ຫຍາຍ​ການກໍ່​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ໃນ​ທັງ 3 ເສົ້າ​ຄ້ຳ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ສະ​ແດງ​ຄວາມ​ເຊື່ອ​ໝັ້​ນ​ວ່າ, ດ້ວຍ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ 2 ປະ​ເທດ, ປີ 2016, 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ​ຫວຽດ​ນາມ ແລະ ລາວ ຈະ​ສືບ​ຕໍ່​ຍາດ​ໄດ້​ບັນ​ດາ​ຜົນ​ງານ​ໃໝ່ທ​ີ່​ຍ​ິ່ງ​ໃຫຍ່ກວ່າ​ອີກ.

      ແລະ​ກໍ​ໃນ​ວັນ​ດຽວ​ກັນ, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈ​ຳອີ​ຢິບ ໄດ້​ຈັດ​ຕັ້ງ​ລາຍ​ການອວຍ​ພອນ​ປີ​ໃໝ່​ປີ​ວອກ 2016, ດ້ວຍ​ການ​ເຂົ້າ​ຮ່ວມ​ຂ​ອງ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູ​ດ ແລະ ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ພວມ​ປະ​ຕິ​ບັດ​ງານ, ຮ່ຳ​ຮຽນ ແລະ ດຳ​ລົງ​ຊ​ີ​ວິດ​ຢູ່​ອີ​ຢິບ. ກ່ອນ​ໜ້ານັ້ນ, ວັນ​ທີ 28/01, ກົງ​ສູນ​ໃຫຍ່​ສະ​ຖານ​ທູ​ດ​ຫວຽດ​ນາມ ປະ​ຈຳ​ນະ​ຄອນ Houston, ລັດ Texas, ອາ​ເມ​ລິ​ກາ ກໍ​ຈັດ​ງານ​ລ້ຽງ ຕ້ອບ​ຮັບ​ບຸນ​ເຕັດ​ໃຫ້​ພໍ​ແມ່​ປະ​ຊາ​ຊົນ ແລະ ເພື່ອນ​ມິດ​ສາ​ກົນ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ