ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ ວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ ວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1

(ພາບ:anninhthudo.vn)

( vovworld ) –  ວັນ​ທີ 26/7, ທ່ານປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ສົ່ງ​ຈົດໝາຍ​ຢ້ຽມຢາມ​ຖາມ​ຂ່າວ​ມາ​ຍັງບັນດາຜູ້ຕາງໜ້າທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ, ຄອບຄົວນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ແມ່​ຫວຽ​ດນາມ​ວິລະ​ຊົນ ​ແລະ ຜູ້​ມີ​ຄຸນງາມ​ຄວາມດີ​ຕໍ່​ການ​ປະຕິວັດ ​ໃນ​ໂອກາດສະ​ເຫຼີ​ມສະຫຼອງວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຄົບ​ຮອບ 65 ປີ. ​ໃນ​ຈົດໝາຍ, ທ່ານປະທານ​ປະ​ເທດ​ຫວຽດນາມ Truong Tan Sang ປາດ​ຖະໜາ ​ແລະ ​ເຊື່ອໝັ້ນວ່າບັນດາທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ, ຄອບຄົວນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ຜູ້​ມີ​ຄຸນງາມ​ຄວາມດີ​ຕໍ່​ການ​ປະຕິວັດ​ໃນທົ່ວ​ປະ​ເທດ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ການ​ປະຕິວັດ, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ​ເປັນ​ແບບຢ່າງ​ດ້ານ​ຄຸນສົມບັດ, ບັນລຸ​ໄດ້​ບັນດາ​ຜົນງານ​ໃນ​ຂົງ​ເຂດການ​ຮ່ຳຮຽນ, ອອກ​ແຮງ​ງານ, ທຳ​ການ​ຜະລິດ, ປະກອບສ່ວນ​ໃຫ້​ປະ​ເທດ​ຊາດ​ຫຼາຍ​ກ່ວາ​ອີກ.

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ ວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 2

(ພາບ:cienco4.com)

   ​ໃນ​ໂອກາດ​ນີ້, ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ກໍ່​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ອາ​ໄລ​ຫາ​ເຖິງດ​ວງວິນ​ຍານນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຄອບຄົວ​ທະຫານ​ເຈັບ​ປ່ວຍ ​ແລະ ຜູ້​ມີ​ຄຸນງາມ​ຄວາມດີ​ຕໍ່​ການ​ປະຕິວັດ. ພາຍຫຼັງ​ພາກ​ຂ່າວ, ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ທີ່​ພາດ​ຫົວ​ເລື່ອງ​ວ່າ: “ປະຕິບັດ​ນະ​ໂຍບາຍ​ຕໍ່ຜູ້​ມີ​ຄຸນງາມ​ຄວາມດີ​ຕໍ່​ການ​ປະຕິວັດ​ໃຫ້​ດີ​ກ່ວາ​ອີກ“.

 


ຂ່າວ/ບົດ​ອື່ນ