ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຣູມານີ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຣູມານີ - ảnh 1
(ພາບປະກອບ: ອິນເຕີແນັດ)

 (vovworld) - ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ-ຣູມາ​ນີ,​ ສະຖານທູດ ​ຫວຽດນາມ ປະຈຳ ຣູມາ​ນີ ​ໄດ້​ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ຣູມາ​ນີ ຈັດ​ງານ​ລ້ຽງ ​ແລະ ສາຍ​ຮູບ​ເງົາ “​ເລື່ອງ​ຂອງ​ປາວ” ຢູ່​ນະຄອນຫຼວງ ບູກາ​ແຣັດ ວັນ​ທີ 7/4.​ ​ເຂົ້າ​ຮ່ວມ​ພິທີ​ມີ​ບັນດາ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ, ຜູ້ຕາງໜ້າ​ບາງ​ກະຊວງ, ຂະ​ແໜງ​ການຂອງ ຣູມາ​ນີ, ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ​ອາຊີ ຢູ່ ບູກາ​ແຣັດ, ການ​ນຳ​ສະມາຄົມ​ມິດຕະພາບ ​ແລະ ​ເພື່ອນ​ມິດ ຣູມາ​ນີ ພ້ອມ​ກັບ​ຜູ້ຕາງໜ້າ​​ວົງ​ຄະນະ​ຍາດຊາວ ຫວຽດນາມ, ນັກ​ສຶກສາຫວຽ​ດ ນາມ ທີ​່ພວມ​ດຳລົງ​ຊີວິດ, ທຳ​ມາ​ຫາ​ກິນ ​ແລະ ຮຳ່ຮຽນຢູ່ ຣູມາ​ນີ.

        ກ່າວ​ຄຳ​ເຫັນ​ໄຂ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ຫວຽດນາມ ປະຈຳ ຣູມາ​ນີ ​  ເຈິ​ນຊວນຖຸຍ ​ເນັ້ນ​ໜັກວ່າ: ຄວາມ​ໝາຍ​ສຳຄັນ​ຂອງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ-ຣູມາ​ນີ ກ່ອນ​ນີ້ 65 ປີ, ​ແມ່ນ​ພື້ນຖານ​ໝັ້ນ​ຄົງ​ໃຫ້ການ​ພົວພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ. ​ທ່ານ​ເອກ​ອັກຄະ​ລັດຖະທູດ ຢືນຢັນ​ວ່າ: ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ໄດ້​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ນາໆ​ປະການຂອງ​ໄລຍະ​ເວລາ, ຍາມ​ໃດ​ກໍ່​ຮັບ​ມື​ຢ່າງ​ເໝາະ​ສົມ​ກັບ​ສະພາບ​ການ ​ເພື່ອ​ພັດທະນາ​ໃນ​ຫຼາຍ​ຂົງ​ເຂດ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ຂອບ​ໃຈ​ລັດຖະບານ ​ແລະ ປະຊາຊົນ ຣູມາ​ນີ ​ໄດ້​ສະໜັບ​ສະ​ໜູນ​ປະຊາຊົນ ຫວຽດນາມ​ ໃນ​ວິວັດ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ຊົນຊາດ ​ແລະ ສ້າງສາ​ປະ​ເທດ​ຊາດ. ທ່ານ​ເອກ​ອັກຄະ​ລັດຖະທູດ ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຈະ​ສືບ​ຕໍ່​ພັດທະນາ ​ເພື່ອ​ຜົນ​ປະ​ໂຫຍດລວມຂອງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ