ການເຄື່ອນໄຫວຕ່າງໆສະເຫລີມສະຫລອງ125ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມີນຢູ່ພາຍໃນແລະຕ່າງປະເທດ

ການເຄື່ອນໄຫວຕ່າງໆສະເຫລີມສະຫລອງ125ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມີນຢູ່ພາຍໃນແລະຕ່າງປະເທດ - ảnh 1
ລາຍ​ການ​ສິ​ລະ​ປະ​ສະ​ເຫລີມ​ສະ​ຫລອງ 125 ປີ
ແຫ່ງວັນ​ຄ້າ​ຍ​ວັນ​ເກີດ​ປະ​ທານ​ໂຮ່​ຈິ​ມີນ

(vovworld)- ​ວັນ​ທີ 19/5 ແມ່ນ​ວັນ​ສະ​ເຫລີມ​ສະ​ຫລອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ​ໂຮ່​ຈິ​ມີນ (19/5/1890-19/5/2015). ໃນ​ຊຸມມື້​ຜ່ານ​ມາ, ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໄດ້​ດຳ​ເນີນ​ການ​ເຄືື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ອາ​ໄລ​ຫາ, ເຊີດ​ຊູ​ປະ​ທານ​ໂຮ່​ຈິ​ມີນ.  

ຕອນ​ເຊົ້າ​ວັນ​ທີ 19/5, ຢູ່​ນະ​ຄອນ​ໂຮ່​ຈິ​ມີນ, ຄະ​ນະ​ພັກ, ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຢູ່​ນະ​ຄອນ​ໂຮ່​ຈິ​ມີ​ນ ໄດ້​ຈັດ​ຕັ້ງ​ພິ​ທີ​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະ​ທານ​ໂຮ່​ຈິ​ມີ​ນ ຢູ່​ຫໍ​ພິ​ພິດ​ທະ​ພັນ​ໂຮ່​ຈິ​ມີນ ສາ​ຂາ ນະ​ຄອນ​ໂຮ່​ຈິ​ມີນ. ກ່ອນ​ຫນ້ານັ້ນ ຕອນ​ຄ່ຳ​ວັນ​ທີ 18/5, ຄະ​ນະ​ຄຸ້ມ​ຄອງ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ ແລະ ໂທ​ລະ​ພາບ​ຫວຽດ​ນາມ ປະ​ຕິ​ບັດ​ລາຍ​ການ​ຖ່າຍ​ທອດ​ສົດ​ພິ​ເສດ ທີ່​ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ ຢູ່ ຮ່າ​ໂນ້ຍ ແລະ ບ້ານ ຮ່​ວາງ​ຈູ ຕາ​ແສງ​ກີມ​ລຽນ ເມືອງ​ນາມ​ດ່ານ ແຂວງ ເງ້​ອານ- ບ້ານ​ເກີດ​ເມືອງນອນ​ຂອງ​ເພີ່ນ. ລາຍ​ການ​ດັ່ງ​ກ່າວ​ແມ່ນ​ສ່ອງ​ແສງ​ໄລ​ຍະ​ທາງ​ທີ່​ທ່ານ​ປະ​ທານ​ໂຮ່​ຈິ​ມີນ ເຄື່ອນ​ໄຫວ​ຢູ່​ຕ່າງ​ປະ​ເທດ​ເພື່ອ​ຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດ​.

ແລະ​ກໍ​ໃນ​ໂອ​ກາດນີ້, ພະ​ແນກວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ຍ້ອງ​ຍໍ​ຄຸນ​ງາມ​ຄວາມ​ດີ​ຂອງ​ປະ​ທານ​ໂຮ່​ຈິ​ມີນ​ທີ່​ມີ​ຕໍ່​ປະ​ເທດ​ຊາດ. ນອກນັ້ນ ຢູ່​ຫລາຍ​ແຂວງ​, ນະ​ຄອນໃນ​ທົ່ວ​ປະ​ເທດ​ຄື: ທາຍງວຽນ, ດົ່ງ​ນາຍ, ຟູ​ທໍ້, ບີງດີ້ງ, ດັກ​ນົງ, ກວ໋າງ​ຈີ້, ບີງ​ທ້ວນ… ກ​ໍ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ​ຫລາຍ​ຢ່າງ​ເພື່ອ​ສະ​ເຫລີ​ມ​ສະ​ຫລອງ​ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ​.

ເນື່ອງ​ໃນ​ໂອ​ກາດນີ້, ຢູ່​ລັດະ​ເຊຍ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ Sain Petersbutg ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ໃນ​ວັນ​ທີ 18/5 ດ້ວຍ​ຫົວ​ຂ​ໍ້​ວ່າ: ມ​ໍ​ລະ​ດົກ​ໂຮ່​ຈິ​ມີນ ແລະ ຍ​ຸກ​ປະ​ຈຸ​ບັນ. ແລະ​ກໍ​ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ, ຢູ່ ແຂວງ​ ນະ​ຄອນພະ​ນົມ ປະ​ເທດ​ໄທ ໄດ້ດຳ​ເນີນ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ ຫວຽດ​ນາມ -ລາວ - ໄທ. ຢູ່​ທີ່ນີ້ ບັນ​ດາ​ຜູ້​ແທນ​ໄດ້​ຢືນ​ຢັນ ລາຍ​ການ “ຕາມ​ຮອຍ​ຕີນ ປະ​ທານ​ໂຮ່​ຈິ​ມີນ” ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ ຊ່ວຍ​ໃຫ້​ຜູ້​ແທນ​ສາມ​ປະ​ເທດ ຫວຽດ​ນາມ,ລາວ ແລະ ໄທ ເຂົ້າ​ໃຈ​ກ່ຽວ​ກັບ​ຊຸມ​ເດືອນ​ປີ  ທ່ານ​ປະ​ທານ​ໂຮ່​ຈິ​ມີນ ເຄື່ອນ​ໄຫວ​ປະ​ຕິ​ວັດ​ຢູ່ ລາວ ແລະ ໄທ(ໄລ​ຍະ 1928-1929) ພ້ອມ​ທັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຜູ້​ແທນ​ແລ​ກ​ປ່ຽນ​, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ, ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ສາມ​ປະ​ເທດ.

 

 

ຂ່າວ/ບົດ​ອື່ນ