ການເຄື່ອນໄຫວຕ່າງໆສະແດງຄວາມຮູ້ບຸນຄຸນຜູ້ມີຄຸນງາມຄວາມດີໃນໂອກາດວັນທີ 27 ກໍລະກົດ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ, ວັນທີ 20 ກໍລະກົດ, ຢູ່ຮ່າໂນ້ຍ, ສະມາຄົມນັກຂ່າວ ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາ “ສະແດງຄວາມຮູ້ບຸນຄຸນນັກຂ່າວ - ນັກຮົບເສຍສະຫຼະຊີວິດເພື່ອຊາດ”. 
ການເຄື່ອນໄຫວຕ່າງໆສະແດງຄວາມຮູ້ບຸນຄຸນຜູ້ມີຄຸນງາມຄວາມດີໃນໂອກາດວັນທີ 27 ກໍລະກົດ - ảnh 1ທ່ານ ໂຮ່ກວາງເລີ້ຍ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວ ຫວຽດນາມ ມອບປຶ້ມເງິນປະຢັດ ໃຫ້ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ

ນະທີ່ນີ້, ບັນດານັກຂ່າວອາວຸໂສໄດ້ແບ່ງປັນບັນດາອະນຸສອນໃນຄາວຍັງເປັນນັກຂ່າວຢູ່ສະໜາມຮົບ ແລະ ໃຫ້ຮູ້ວ່າ: ຜ່ານການຕໍ່ສູ້ ປົກປັກຮັກສາປະເທດຊາດ 2 ຄັ້ງ, ນັກຂ່າວນັບພັນໆຄົນໄດ້ເຄື່ອນໄຫວຢູ່ສະໜາມຮົບ, ໃນນັ້ນມີເກືອບ 600 ຄົນໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ ແລະ ຖືກບາດເຈັບຕະຫຼອດຊີວິດ. ທ່ານ ໂຮ່ກວາງເລີ້ຍ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວ ຫວຽດນາມ, ເນັ້ນໜັກວ່າ:

        “ທຸກຂັ້ນ, ທຸກຂະແໜງການ, ສະມາຄົມນັກຂ່າວ, ອົງການສື່ສານ… ບັນດາຄອບຄົວໄດ້ຕັ້ງໜ້າຊອກຫາ ແລະ ຍ້ອງຍໍຊົມເຊີຍບັນດານັກຂ່າວເຊິ່ງເປັນນັກຮົບເສຍສະຫຼະຊີວິດເພື່ອຊາດ, ປະກອບສ່ວນຫລຸດຜ່ອນຄວາມເຈັບປວດຂອງບັນດາຄອບຄົວ, ຍາດຕິພີ່ນ້ອງ, ເພື່ອນຮ່ວມກົມກອງ… ສະມາຄົມນັກຂ່າວສືບຕໍ່ຢຶນຢັນບົດບາດອັນໃຫຍ່ຫຼວງຂອງສື່ມວນຊົນປະຕິວັດ ຫວຽດນາມ, ຊີ້ແຈ້ງ ແລະ ເຊີດຊູບັນດາການປະກອບສ່ວນ, ການເສຍສະຫຼະຊີວິດຂອງບັນດານັກຂ່າວ - ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຍົກສູງຄວາມຮັບຮູ້ຂອງບັນດານັກຂ່າວ, ພິເສດແມ່ນນັກຂ່າວໜຸ່ມ ກ່ຽວກັບແບບຢ່າງການເສຍສະຫຼະຊີວິດ ແລະ ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງນັກຂ່າວ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເຈັບປ່ວຍ, ລະດົມມູນເຊື້ອຂອງນັກຂ່າວປະຕິວັດ ຫວຽດນາມ ໃນໄລຍະໃໝ່.”

        ເນື່ອງໃນໂອກາດນີ້, ໄວໜຸ່ມນະຄອນຫຼວງ ໄດ້ຈັດຕັ້ງການເຄື່ອນໄຫວແທດຈິງຫຼາຍຢ່າງ ເພື່ອເບິ່ງແຍງດູແລບັນດາທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິບັດໃນບໍລິເວນນະຄອນ ແລະ ແຂວງ ຮ່າຢາງ, ກາວບັ່ງ.       

        ວັນທີ 20 ກໍລະກົດ, ຫໍພິພິທະພັນ ໂຮ່ຈີມິນ - ສາຂາ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບຫໍພິພິທະພັນ ໂຮ່ຈີມິນ ໄດ້ໄຂງານວາງສະແດງດ້ວຍຫົວຂໍ້ວ່າ “ຜ່ານຜ່າສົງຄາມ”, ແນະນຳນັກຮົບເກົ່າກ່ວາ 50 ຄົນພວມດຳລົງຊີວິດໃນບາງແຂວງ, ນະຄອນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ