ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມທີ 2 ກັນຍາຢູ່ຕ່າງປະເທດ

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມທີ 2 ກັນຍາຢູ່ຕ່າງປະເທດ - ảnh 1
(ພາບປະກອບ)

(vovworld) – ຕອນ​ຄໍ່າ​ວັນ​ທີ 06/09, ຢູ່​ບຣຸກ​ແຊນ, ປະ​ເທດ​​ແບ​ນຊິກ, ສະຖານ​ທູ​ດຫວຽດນາມ ປະ​ຈຳ​ລາຊະ​ອານາ​ຈັກ ​ແບນຊິກ ​ແລະ Luxembourg ​ໄດ້ຈັດ​ຕັ້ງ​ພິທີ​ສະ​ເຫຼີມສະຫຼອງ​ 70 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ​ທີ 2 ກັນຍາ​. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດວິສາມັນ ຜຸ້ມີ​ອຳນາດ​ເຕັມ​ແຫ່ງ​ສສ.ຫວຽດນາມ ປະຈຳ​ແບນ​ຊິກ ​ແລະ Luxembourg ​ເວື​ອງ​ເທ​ື່ອຟອງ, ​​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ພໍ່​ແມ່​ປະຊົນອາ​ໄສ​ຢູ່​ນີ້ ສຳລັບ​ປະ​ເທດ​ປະຈຳ​ຖິ່ນ, ກໍ​ຄື​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຊາວ​ຫວຽດນາມ ​ອາ​ໄສ​ຢູ່ ​ແບ​ນຊິກ ​ໄດ້​ສະ​ແດງ​​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ສະໜັບສະໜູນ​ປະ​ເທດ​ ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

        ທີ່​ນະ​ຄອນ​ຫຼວງ Maputo, ຫວ່າງ​ແລ້ວ​ນີ້, ສະຖານ​ທູດ​ຫວຽດນາມ ປະຈຳ ​ໂມ​ຊຳ​ບິ​ກ ​ໄດ້​ຈັດ​ພິທີ​ຕ້ອນ​ຮັບ​​ແຂກ ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີມສະຫຼອງ​ 70 ປີ​ແຫ່ງ​ວັນຊາດ​ທີ 2 ກັນຍາ. ​ເນື່ອງ​​ໃນ​ໂອກາດ​ນີ້, ສະຖານ​ທູດ​ຫວຽດນາມ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ໂມ​ຊຳ​ບິ​ກ ​ໄດ້​ຈັດການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​​ອຸດົມສົມບູນ​ຄື: ງານ​ວາງ​ສະ​ແດງ​ຮູບ​ພາບ ​ແລະ ​ເອກະສານ ກ່ຽວ​ກັບ​ການ​ພົວພັນ​ທາງ​ການ​ທູດ​ໄລ​ຍະ 40 ປີລະຫວ່າງ 2 ປະ​ເທດ, ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ 70 ປີ​ແຫ່ງວັນການ​ທູດຫວຽດນາມ…

        ນອກ​ນັ້ນ, ປະຊາ​ຄົມ​ຊາວ​ຫວຽດນາມ​ ພວມ​ດຳລົງ​ຊີວິດ, ເຮັດ​ວຽກຢູ່ ມາ​ກາວ (ຈີ​ນ) ​ແລະ ສະຖານກົງ​ສູງ​​ໃຫຍ່ຫວຽດນາມ ປະຈຳ Mumbai ກໍ​ຈັດ​​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອສະ​ເຫຼີມສະຫຼອງ​ 70 ປີ​ແຫ່ງ​ວັນຊາດ​ທີ 2 ກັນຍາ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ