ການເຄື່ອນໄຫວຕ່າງໆເບິ່ງແຍງດູແລໃຫ້ແກ່ຄົນພິການ

ການເຄື່ອນໄຫວຕ່າງໆເບິ່ງແຍງດູແລໃຫ້ແກ່ຄົນພິການ - ảnh 1
ພາບ​ປະ​ກອບ

(vovworld) – ມີການ​ເຄື່ອນ​ໄຫ​ວຫຼາຍຢ່າງເພື່ອຕອບ​ສະໜອງ​ວັນ​ຄົນ​ພິການ ຫວຽດນາມ ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 18/4 ຢູ່​ທ້ອງ​ຖິ່ນ​ຕ່າງໆ. ຕອນ​ເຊົ້າ​ວັນ​ທີ 18/4, ສະມາຄົມ​ຊ່ວຍເຫຼືອຄົນ​ພິການ ​ແລະ ​ເດັກ​ກຳ​ພ້າແຂວງ ກອນ​ຕູມ ​ໄດ້​ຈັດ​ຕັ້ງ​ກອງປະ​ຊຸມຍ້ອງຍໍ​ຊົມ​ເຊີຍ​ຄົນ​ພິການ, ​ເດັກ​ກຳ​ພ້າ ​ແລະ ຜູ້ຊ່ວຍເຫຼືອທີ່​ດີ​ເດັ່ນ​ຄັ້ງ​ທີ 2, ​ໄລຍະ 2010 – 2012. ທີ່​ກອງ​ປະຊຸມ, ຄົນ​ພິການ, ​ເດັກ​ກຳ​ພ້າ 150 ຄົນ​ໄດ້​ຮັບ​ການ​ຍ້ອງຍໍ, ຊົມ​ເຊີຍ ​ແລະ ຮັບ​ຂອງຂວັນ. ນີ້​ແມ່ນ​ບັນດາ​​ແບບຢ່າງ​ໃນ​ການ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ມານະ​ພະຍາຍາມ​ບື່ນຕົວ​ຂຶ້ນ​ເພື່ອ​ສ້າງ​ຊີວິດ, ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະນະ​ຍາດ. ​ນາງ ຫວູທິບີ​ກຖາວ, ຊ່າງຕັດຫຍິບເປັນຄົນພິການ​ ຢູ່​ເທດສະບານເມືອງ ດັກ​ເຣີ່ແວ, ​ເມືອງ ກອນໄຣ, ​ໃຫ້​ຮູ້​ວ່າ:

“ຂ້າພະ​ເຈົ້າດີໃຈ​ຫຼາຍ ​ແລະ ​ເຫັນ​ວ່າ: ຜ່ານກອງ​ປະຊຸມ​ໄດ້​ຊ່ວຍ​ໃຫ້​ຂ້າພະ​ເຈົ້າ​ມີ​ຄວາມເຊື່ອໝັ້ນຕົນເອງກ່ວາ. ບັນດາ​ການ​ເຄື່ອນ​ໄຫວ​ຄື​ແນວ​ນີ້​​ແມ່ນ​ໂອກ​າດທີ່​ດີ​ສຳລັບ​ຄົນ​ພິການ, ​ເຂົາ​ເຈົ້າ​ມີ​ຄວາມ​ມ່ວນ​ຊື່ນ​ກ່ວາ, ມີ​ໂອກາດໄດ້​ພົບ​ປະ, ​ແລກປ່ຽນ ກັບ​ທຸກໆ​ຄົນ​ເພື່ອ​ພ້ອມ​ກັນ​ພະຍາຍາມ​ໃນ​ຊີວິດ”

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ ​ໂຮ່ຈີ​ມິນ, ສະຫະ​ພັນແມ່ຍິງ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ ​ແລະ ຍ້ອງຍໍ​ຊົມ​ເຊີຍ​ຄອບຄົວ​ແມ່ຍິງ​ພິການ​ໄດ້​ຜ່ານ​ຜ່າ​ຄວາມທຸກ​ຍາກ. ດ້ວຍ​ຫົວ​ຂໍ້​ວ່າ “ບ່ອນ​ອີງ​ຂອງ​ຄອບຄົວ”, ລາຍການ​ໄດ້​ຍ້ອງຍໍ​ຊົມ​ເຊີຍ 48 ຄອບຄົວ​ແມ່ຍິງ​ພິການ​ທີ່​ດີ​ເດັ່ນ​ໃນ​ບໍລິ​ເວນ​ນະຄອນ.

ຂ່າວ/ບົດ​ອື່ນ