ການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງວັນຄອບຄົວຫວຽດນາມ28/6
ງານວາງສະແດງຢູ່ຮ່າໂນ້ຍ
(vovworld) – ເພື່ອສະເຫຼີມສະຫຼອງ 15 ປີແຫ່ງວັນຄອບຄົວ ຫວຽດນາມ (28/6/2001 – 28/6/2016), ແຕ່ວັນທີ 14 – 28/6, ຢູ່ຮ່າໂນ້ຍ ໄດ້ດຳເນີນເຫດການ “ມີບ່ອນໜຶ່ງເພື່ອກັບເມືອ,ນັ້ນແມ່ນຄອບຄົວ”. ນີ້ແມ່ນລາຍການດ້ວຍຫຼາຍເຫດການໄດ້ຮັບການຈັດຕັ້ງໃນນະຄອນຫຼວງ ຮ່າໂນ້ຍ. ພິເສດ, ໃນຄຳ່ຄືນວັນທີ 28/6, ຢູ່ຫໍວາງສະແດງ ເວີນໂຮ່ ຈະດຳເນີນລາຍການສະແດງສິລະປະ ດ້ວຍເນື້ອໃນທັງໝົດແມ່ນເວົ້າເຖິງຄອບຄົວ. ລາຍການທີ່ມີຄວາມໝາຍນີ້ຈະໄດ້ຮັບການຈັດຕັ້ງໃນຊຸມປີຕໍ່ໆໄປ ເພື່ອສົ່ງສານທີວ່າ“ມີບ່ອນໜຶ່ງເພື່ອກັບເມືອ,ນັ້ນແມ່ນຄອບຄົວ” ເຖິງປະຊາຄົມຊາວ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ.
ງານວາງສະແດງດ້ວຍຫົວຂໍ້ “ຄອບຄົວຫວຽດ” ຖືກຈັດຕັ້ງຢູ່ສູນວາງສະແດງວັດທະນະທຳ, ສິລະປະ ຫວຽດນາມ, ຮ່າໂນ້ຍ ເນື່ອງໃນໂອກາດນີ້, ໄດ້ນຳມາວາງສະແດງຮູບພາບທີ່ສວຍງາມ ແລະ ມີຄວາມໝາຍເກືອບ 100 ແຜ່ນ, ໃນນັ້ນໄດ້ເວົ້າເຖິງຄວາມອົບອຸ່ນ ແລະ ລຽບງ່າຍຂອງຄອບຄົວ ຫວຽດນາມໃນທົ່ວປະເທດ. ເຂົ້າຮ່ວມງານວາງສະແດງ, ເອື້ອຍ ຫງວຽນແທງຊວນ, ຊາວ ຫວຽດນາມ ອາໄສຢູ່ ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ໃນບັນດາຮູບພາບຢູ່ທີ່ນີ້, ຂ້າພະເຈົ້າມີຄວາມປະທັບໃຈຕໍ່ບັນດາຮູບພາບທີ່ມີຄວາມໝາຍຄື: ການອຳລາຍາດຕິພີ່ນ້ອງຂອງທະຫານເຮືອ ເຈື່ອງຊາ ຫຼື ຮູບພາບຄອບຄົວມີ 3 ລຸ້ນຄົນຢູ່ຮ່ວມກັນ. ຂ້າພະເຈົ້າຄິດວ່າຫຼາຍຄອບຄົວມີຄວາມຜາສຸກຈະປະກອບສ່ວນໃຫ້ສັງຄົມດີງາມກ່ວາ, ມະນຸດຮູ້ສຶກມີຄວາມຜາສຸກ, ຊີວິດສະຫງົບ, ນັ້ນແມ່ນຄວາມມຸ່ງຫວັງຂອງປະຊາຊົນທຸກໆຄົນ.”