ການເຄື່ອນໄຫວນຳ້ມັນອາຍແກສຂອງຫວຽດນາມແມ່ນດຳເນີນຢູ່ເຂດທະເລຂອງຫວຽດນາມ

(VOVWORLD) - ວັນທີ 28/7/2017, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບບັນດາຄຳເຫັນ, ຂໍ້ມູນຂ່າວຫວ່າງແລ້ວນີ້ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວນຳ້ມັນອາຍແກສຂອງ ຫວຽດນາມ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ, ຊີ້ແຈ້ງວ່າ:

ການເຄື່ອນໄຫວນຳ້ມັນອາຍແກສຂອງຫວຽດນາມແມ່ນດຳເນີນຢູ່ເຂດທະເລຂອງຫວຽດນາມ - ảnh 1 ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ

(ພາບ: thanhnien.vn)

“ການເຄື່ອນໄຫວກ່ຽວຂ້ອງເຖິງນ້ຳມັນອາຍແກສຂອງ ຫວຽດນາມ ແມ່ນດຳເນີນໃນເຂດທະເລທີ່ຂຶ້ນກັບອະທິປະໄຕ ແລະ ສິດຕັດສິນຂອງ ຫວຽດນາມ ເຊິ່ງໄດ້ຮັບການກຳນົດເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ສະເໜີຝ່າຍຕ່າງໆທີ່ກ່ຽວຂ້ອງເຄົາລົບບັນດາສິດ, ຜົນປະໂຫຍດອັນສອບທຳ, ຖືກຕ້ອງຕາມກົດໝາຍຂອງ ຫວຽດນາມ ແລະ ພ້ອມກັນມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າ ແລະ ແທດຈິງເຂົ້າໃນການຮັກສາສັນຕິພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ“.

ຕອບກັບ

ຂ່າວ/ບົດ​ອື່ນ