ການເຄື່ອນໄຫວຜະລິດທົ່ວໂລກສືບຕໍ່ຫຼຸດລົງໃນເດືອນມິຖຸນາ
(VOVWORLD) - ບັນດານັກຊ່ຽວຊານເສດຖະກິດຖືວ່າ ໄພເງິນເຟີ້, ການປະທະກັນດ້ານພູມສາດການເມືອງ, ຄວາມຂາດສະຖຽນລະພາບຢູ່ຕະຫຼາດການເງິນ ແລະ ຮົ້ວກີດຂວາງດ້ານການຄ້າ ຈະສືບຕໍ່ສ້າງກຳລັງດັນຕໍ່ການເຕີບໂຕເສດຖະກິດທົ່ວໂລກ.
ພາບປະກອບ: GM |
ຂໍ້ມູນໂດຍສະຫະພັນເກັບຊື້ ແລະ ບັນດາລະບົບສະໜອງຂອງ ຈີນ ປະກາດໃນວັນທີ 6 ກໍລະກົດ ສະແດງໃຫ້ເຫັນວ່າ ດັດຊະນີຄວບຄຸມການຊື້ສິນຄ້າທົ່ວໂລກ ສືບຕໍ່ທ່າຫຼຸດລົງໃນເດືອນມິຖຸນາ, ໂດຍຢູ່ລະດັບຕ່ຳທີ່ສຸດນັບແຕ່ເດືອນມິຖຸນາ ປີ 2020. ລະອຽດແມ່ນ, ດັດຊະນີ ຊື້ສິນຄ້າທົ່ວໂລກໃນເດືອນມິຖຸນາ ບັນລຸພຽງແຕ່ 47,8, ຕ່ຳກວ່າຕົວເລກ 48,3 ຂອງເດືອນພຶດສະພາ ແລະ ສືບຕໍ່ແມ່ນລະບົບຫຼຸດລົງຢ່າງລຽນຕິດໃນ 4 ເດຶອນມານີ້. ສິ່ງນີ້ສະແດງໃຫ້ເຫັນວ່າ ການຟື້ນຟູດ້ານເສດຖະກິດທົ່ວໂລກພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່. ບັນດານັກຊ່ຽວຊານເສດຖະກິດຖືວ່າ ໄພເງິນເຟີ້, ການປະທະກັນດ້ານພູມສາດການເມືອງ, ຄວາມຂາດສະຖຽນລະພາບຢູ່ຕະຫຼາດການເງິນ ແລະ ຮົ້ວກີດຂວາງດ້ານການຄ້າ ຈະສືບຕໍ່ສ້າງກຳລັງດັນຕໍ່ການເຕີບໂຕເສດຖະກິດທົ່ວໂລກ.