ການເຄື່ອນໄຫວພົບປະກັບຜູ້ມີສິດເລືອຕັ້ງຂອງ ສສຊ

  ໂດຍ​ສືບ​ຕໍ່​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ພາຍຫຼັງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ວັນ​ທີ 29 ພະຈິກ, ບັນ​ດາ ສສຊ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ບັນດາ​ທ້ອງ​ຖີ່​ນ.

    ຕອນ​ເຊົ້າ​ວັນ​ທີ 29 ພະ​ຈິກ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ບັນດາ ສສຊ ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 3 ນະຄອນ ​ໂຮ່ຈິ​ມິນ ​ເພື່ອ​ລາຍ​ງານ​ໝາກຜົນ​ຂອງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດຫວຽດນາມ ຊຸດ​ທີ 13. ບັນດາ ສສຊ ​ໃຫ້​ຮູ້​ວ່າ ລາຍການ​​ເຮັດ​ວຽກ​ຂອງກອງ​ປະຊຸມ​ຄັ້ງ​ຜ່ານ​ມາ​ແມ່ນ​ຫຼາຍ​ວຽກ​ງານພໍ​ສົມຄວນ, ​ແຕ່​ໄດ້ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ສະພາ​ແຫ່ງ​ຊາດບໍ່​ພຽງ​ແຕ່​ປຶກສາ​ຫາລື​ກ່ຽວ​ກັບສະ​ພາບ​ການ​ເສດຖະກິດ - ສັງຄົມ​ປີ 2012 ​ເທົ່າ​ນັ້ນ​, ຫາກ​ນັບ​ທັງ​ໄລຍະ 5 ປີ 2006 - 2010 ອີກ​ດ້ວຍ, ພ້ອມ​ກັນ​ນັ້ນໄດ້​ວາງ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2012 ຕິດພັນ​ກັບ​ໄລຍະ 5 ປີ 2011 - 2015. ຜູ້​ມີ​ສິດ​​ເລື​ອກຕັ້ງ​ເມືອງ 3 ​ໄດ້​ເຫັນ​ດີ​​ກັບໝາກຜົນ​ຂອງ​ສະ​ໄໝ​ປະຊຸມ​ຄັ້ງ​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ການ​ເຄື່ອນ​ໄຫວ​ຊັກ​ຖາມ, ຕອບ​ຄຳ​ຊັກ​ຖາມ ​ແລະ ​ໂຄງການ​ສ້າງ​ກົດໝາຍ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ປາດ​ຖະໜາ​ວ່າ ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານເອົາ​ໃຈ​ໃສ່​ກວ່າ​ອີກ, ຕັດສິນ​ໃຈ​​ໃນ​ການ​ປ້ອງກັນ,​ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ຫຼຸດຜ່ອນ​ອຸບັດ​ຕິ​ເຫດທາງ​ຄົມມະນາຄົມ, ສະພາບລົດ​ຕິດ ​ແລະ ຍົກ​ສູງ​ຄຸນ​ນະພາ​ບດ້ານ​ການ​ສຶກສາກວ່າ​ອີກ.

        ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ອະທິ​ບາຍ, ​ໃຫ້​ຄຳ​ຕອບ​ຕໍ່​ແຕ່​ລະ​ໝວດຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ​ໃນ​ນັ້ນ​ໄດ້​ເນັ້ນ​ໜັກ​ເຖິງ​ບົດບາດ​ຕິດຕາມ​ກວດກາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ມີ​ຕໍ່ ສສຊ.

      “ ນອກຈາກ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນລວມພາຍຫຼັງ​ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​​ພວກ​ຂ້າພະ​ເຈົ້າ​ແລ້ວ, ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ມີ​ຂໍ້​ສັງ​ເກດ, ຕີ​ລາຄາ​ກອງ​ປະຊຸມ, ປະກອບ​ບັນດາ​ຄຳ​ເຫັນ​ຢ່າງ​ລະອຽດ, ນັ້ນ​ແມ່ນ​ຜູ້​ມີ​ສິດ​ເລືອກ​ຕັ້ງຕິ​ດຕາມ​ກວດກາ ສສຊ ​​ໂດຍ​ກົງ, ອັນ​ນີ້​ແມ່ນ​ຈຸດ​ດີຄວນ​​ໄດ້ຣັບການ​ເສີມ​ຂະຫຍາຍ. ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ​ນັບ​ມື້​ນັບ​ສະ​ແດງ​ບົດ​ບາດໜ້າ​ທີ່,ຕາມ​ລະບຽບກົດໝາຍ, ສິດ ​ແລະ ພັນທະຂອງ​ພົນລະ​ເມືອງ. ບັນດາ​​ແນວຄວາມ​ຄິດ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ປະກອບ​​ຂ້າພະ​ເຈົ້າ​ໄດ້ຣັບຟັງ, ຈົດ​​ໄວ້ ​ແລະ ຈະ​ມີ​ບັນດາ​ການ​ຊັ່ງຊາ, ຄິດ​ໄລ​່ຕໍ່​ໄປ.”

         ວັນ​ທີ 29 ພະ​ຈິກ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ແລະ ຄະນະ ສສຊ ​ແຂວງ ຮ່າ​ຕິງ ​ໄດ້​ມີ​ການ​ພົວປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນ ຮ່າ​ຕິງ ​ແລະ ​ເມືອງ ການ​ໂລກ, ​ແຂວງຮ່າຕິງ. ທ່ານ​ປະນສະພາ​ແຫາງ​ຊາ​ດ ຫງວຽນ​ຊິງ​ຮູ່ງ ​ໄດ້​ຖື​ວ່າ ປີ​ນີ້​ໃນ​​ສະພາບ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງແຕ່​ລັດຖະບານ​ໄດ້​ມານະ​ພະຍາຍາມ​ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ກ່ຽວ​ກັບ​ດ້ານ​ເສດຖະກິດ ​ແລະ ການ​ຄ້າ. ລັດຖະບານ​ຕັດສິນ​ໃຈ​ໃນ​ປີ 2012 ນຳດັດຊະນີ​ເງິນ​ເຟີ້​ລົງ​ເຫຼືອພຽງ 1 ຕົວ​ເລກ. ວຽກ​ງານ​ປ້ອງ​ກັນຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​ຍາມ​​ໃດ​ກໍ່​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຈາກ​ພັກ ​ແລະ ລັດ .
ຂ່າວ/ບົດ​ອື່ນ