Vovworld-ໃນຂອບເຂດການຢ້ຽມຢາມສາທາລະນະລັດສະຫະພັນເຢຍລະມັນ, ວັນທີ 20/9, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minh ໄດ້ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດສະຫະພັນເຢຍລະມັນ Guido Westerwele, ກ່ຽວກັບສະພາບການຂອງແຕ່ລະປະເທດ, ບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ, ກໍຄືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານລັດຖະມົນຕີທັງ 2 ໄດ້ເປັນເອກະສັນກັນຕີລາຄາ ການຍົກລະດັບການພົວພັນຫວຽດນາມ-ເຢຍລະມັນເປັນຄູ່ຮ່ວມມືຍຸດທະສາດໄດ້ສ້າງ ສະພາບ ແວດລ້ອມ ຊຸກຍູ້ການຮ່ວມມືລະ ຫວ່າງ 2 ປະເທດພັດທະນາຢ່າງແຂງແຮງ, ຮອບດ້ານ ແລະ ບັນລຸປະສິດທິຜົນໃນທຸກໆຂົງເຂດ. ບົນພື້ນຖານນັ້ນ, ທ່ານລັດຖະມົນຕີທັງ 2 ໄດ້ເປັນເອກະສັນກັນ ກ່ຽວກັບບາງມາດຕະການ ແລະ ທິດທາງໃຫຍ່ແນໃສ່ນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ເຢຍລະມັນ ເຂົ້າສູ່ລວງເລິກ ແລະ ຕິດແທດຕົວຈິງໃນໄລຍະທີ່ຈະມາເຖິງ.
ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການເຈລະຈາ, ລັດຖະມົນຕີທັງສອງທ່ານໃຫ້ຮູ້ວ່າ ໄດ້ເຫັນດີສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ ແລະ ຫຼາຍຝ່າຍ, ເຫັນດີຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ສ້າງຂອບເຂດການຮ່ວມມືຮອບດ້ານຢ່າງແຮງ ແລະ ມີປະສິດທິຜົນ. ທ່ານລັດຖະມົນຕີການຕ່າງປະເທດ Pham Binh Minh ໄດ້ສະແດງຄວາມປາດຖະໜາວ່າ ເຢຍລະມັນ ຈະເພີ່ມທະວີການລົງທຶນເຂົ້າຫວຽດນາມ ກໍຄືເປີດກວ້າງການພົວພັນດ້ານເສດຖະກິ, ການຄ້າກັບຫວຽດນາມ. ກ່ຽວຂ້ອງເຖິງສະພາບການຢູ່ທະເລຕາເວັນອອກ, ທ່ານລັດຖະມົນຕີການຕ່າງປະເທດ Pham Binh Minh ໃຫ້ຮູ້ວ່າ ບັນດາການພິດພາກກັນວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ ມີການກະທົບຢ່າງຫຍໍ້ທໍ້ເຖິງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ຕ້ອງໄດ້ຮັບການແກ້ໄຂດ້ວຍສັນຕິວິທີ, ບົນພື້ນຖານເໝາະສົມກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ສ່ວນທ່ານລັດຖະມົນຕີເຢຍລະມັນ Guido Westerwele ໃຫ້ຮູ້ວ່າ, ເຢຍລະມັນສະໜັບສະໜູນການເຈລະຈາເພື່ອລົງນາມສັນຍາການຄ້າເສລີ ລະຫວ່າງສະຫະພາບເອີລົບ (EU) ແລະ ຫວຽດນາມ ໂດຍໄວ.
ຕອນຄຳຂອງວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minh ໄດ້ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງ 67 ປີແຫ່ງວັນຊາດຫວຽດນາມ ໂດຍສະຖານທູດຫວຽດນາມປະຈຳ ເຢຍລະມັນຈັດຂຶ້ນ. ເຂົ້າຮ່ວມພິທີດັ່ງກ່າວມີທ່ານເລຂາທິການໃຫຍ່ກະຊວງການຕ່າງປະເທດແຫ່ງ ສ. ສະຫະ ພັນເຢຍລະມັນ, ບັນດາ ສ.ສ.ຊ , ຜູ້ຕາງໜ້າກະຊວງຂະແໜງການຕ່າງໆຂອງເຢຍລະມັນອີກຫຼາຍທ່ານ.