ການເຄື່ອນໄຫວສິລະປະຕ່າງໆທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນທະຫາຍເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ

(VOVWORLD) - ກໍ່ໃນຕອນຄ່ຳວັນທີ 24 ກໍລະກົດ, ສະຖານີໂທລະພາບນະຄອນໂຮ່ຈີມິນ ໄດ້ຈັດຕັ້ງລາຍການໂທລະພາບຖ່າຍທອດສົດ “ຫວຽດນາມ ສັກກະລະບູຊາ”
ການເຄື່ອນໄຫວສິລະປະຕ່າງໆທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນທະຫາຍເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1ພາບປະກອບ

ເນື່ອງໃນໂອກາດ 75 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດ ເພື່ອຊາດ (27/7/1947 – 27/7/2022), ຕອນຄ່ຳວັນທີ 24 ກໍລະກົດ, ຢູ່ແຂວງ ກ໋ວາງຈິ, ຄະນະເລຂາສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດລາຍການສະແດງສິລະປະທີ່ມີຊື່ວ່າ “ແງ່ຫວັງສັນຕິພາບ”. ລາຍການໄດ້ຮັບການຈັດຕັ້ງຢູ່ສະໜາມຫຼວງ ຢ໋າຍຟ໊ອງ (ປົດປ່ອຍ), ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ລາຍການ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ເນັ້ນໜັກວ່າ:

        “ລາຍການໄວໜຸ່ມ ຫວຽດນາມ ສືບຕໍ່ສ້າງເລື່ອງລາວສັນຕິພາບວັນນີ້ ສືບຕໍ່ສ້າງຮູບພາບຊາວໜຸ່ມ ຫວຽດນາມ ຫຼາຍລຸ້ນຄົນ, ຮູບພາບວິລະຊົນຫຼາຍລຸ້ນຄົນ ທີ່ປະລະຄວາມຫວັງຂອງຕົນເອງໄດ້, ກຽມພ້ອມເດີນທາງເພື່ອຕໍ່ສູ້ປົກປັກຮັກສາປະເທດຊາດ. ແງ່ຫວັງຂອງຊາວໜຸ່ມໃນການເຄື່ອນໄຫວສ້າງສາປະເທດຊາດພາຍຫລັງສົງຄາມ, ແງ່ຫວັງຂອງໄວໜຸ່ມໃນປະຈຸບັນສືບຕໍ່ເດີນຕາມເສັ້ນທາງຂອງລຸ້ນພໍ່ລຸ້ນອ້າຍສ້າງສາປະເທດຊາດຮັ່ງມີເຂັ້ມແຂງ, ມີຄວາມຜາສຸກ, ວັດທະນາຖາວອນ ດ້ວຍເປົ້າໝາຍ ຮອດກາງສະຕະວັດທີ 21  ຫວຽດນາມ ຈະກາຍເປັນປະເທດພັດທະນາ”

        ແລະ ກໍ່ໃນຕອນຄ່ຳວັນທີ 24 ກໍລະກົດ, ສະຖານີໂທລະພາບນະຄອນໂຮ່ຈີມິນ ໄດ້ຈັດຕັ້ງລາຍການໂທລະພາບຖ່າຍທອດສົດ “ຫວຽດນາມ ສັກກະລະບູຊາ” ເຊື່ອມຕໍ່ລະຫວ່າງສະຖານທ່ີໂຮງລະຄອນຂອງສະຖານີໂທລະພາບນະຄອນໂຮ່ຈີມິນ, ເຂດມູນເຊື້ອການປະຕິວັດ ໄຊ່ງ່ອນ - ເຈິ້ເລີ໊ນ - ຢາດິ້ງ (ເມືອງ ກູ໋ຈີ) ແລະ ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນ ໂຮ່ຈີມິນ (ນະຄອນ ຖູດຶກ).

        ໃນຕອນຄ່ຳວັນທີ 24 ກໍລະກົດ, ທີ່ສູນວາງສະແດງວັດທະນະທຳສິລະປະ ຫວຽດນາມ (ເຮືອນເລກທີ 2, ຮວາລື, ຮ່າໂນ້ຍ) ກໍ່ຈັດຕັ້ງພິທີໄຂງານວາງສະແດງ “75 ປີແຫ່ງວັນຕອບບຸນແທນຄຸນ” ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ