ການເຄື່ອນໄຫວສະເຫຼີມສະຫຼອງ 73 ປີ ແຫ່ງວັນຊາດທີ 2 ກັນຍາ ຢູ່ນະຄອນໂຮ່ຈີມິນ

(VOVWORLD) -ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການຍິງບັ້ງໄຟດອກຢູ່ບໍລິເວນແມ່ນໍ້າໄຊງ່ອນ...

ການເຄື່ອນໄຫວສະເຫຼີມສະຫຼອງ 73 ປີ ແຫ່ງວັນຊາດທີ 2 ກັນຍາ ຢູ່ນະຄອນໂຮ່ຈີມິນ - ảnh 1

ບັນຍາກາດສະເຫຼີມສະຫຼອງວັນຊາດ ທີ 2 ກັນຍາ ຢູ່ນະຄອນໂຮ່ຈີມິນ 

(ພາບ: nld.com.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີ ແຫ່ງການປະຕິວັດເດືອນສິງຫາ (19/8/1945 – 19/8/2018) ແລະວັນຊາດ ຫວຽດນາມ (2/9/1945 – 2/9/2018), ຕອນຄໍ່າວັນທີ 2 ກັນຍາ, ຢູ່່ສວນສາທາລະນະອະນຸສາວະລີ ປະທານໂຮ່ຈີມິນ, ຄະນະຈັດຕັ້ງພິທີສະເຫຼີມສະຫຼອງບັນດາວັນບຸນໃຫຍ່ນະຄອນໂຮ່ຈີມິນ ຂອງຫວຽດນາມ ໄດ້ຈັດຕັ້ງລາຍການສະແດງສິລິປະ ດ້ວຍຫົວຂໍ້ວ່າ “ຫວຽດນາມ - ເສັ້ນທາງອັນສະຫງ່າອົງອາດ”. ເຂົ້າຮ່ວມງານສະແດງສີລະປະດັ່ງກ່າວ ມີທ່ານ ຫງວຽນທ້ຽນເຍີນ, ກໍາມະການກົມການເມືອງ, ເລຂາຄະນະພັກນະຄອນໂຮ່ຈີມິນ; ທ່ານ ຫງວຽນແທ່ງລອງ, ປະທານຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ.

        ແລະກໍໃນຕອນຄໍ່າຂອງວັນດຽວກັນ, ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການຍິງບັ້ງໄຟດອກຢູ່ບໍລິເວນແມ່ນໍ້າໄຊງ່ອນ, ເມືອງ 2 ແລະ ຢູ່ສວນສາທາລະນະວັດທະນະທໍາໜອງບົວ, ເມືອງ 11 ແຕ່ເວລາ 21 ໂມງ - 21 ໂມງ 15 ນາທີ. ທ່ານ ຫງວຽນຊວນຫາຍ, ຢູ່ເມືອງບິ່ງແທ້ງ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າໄດ້ຊົມການຍິງບັ້ງໄຟດອກຫຼາຍເທື່ອແລ້ວ ແລະ ມັກທີ່ສຸດແມ່ນຊົມຕອນບັ້ງໄຟດອກແຕກບານໃນທ້ອງຟ້າ, ນີ້ແມ່ນຄັ້ງທໍາອິດທີ່ຂ້າພະເຈົ້າໄດ້ຢືນຊົມໃກ້ຄືແນວນີ້ ແລະ ຕາມຂ້າພະເຈົ້າແລ້ວ, ການຍິງບັ້ງໄຟດອກແມ່ນສ້າງຄວາມເບີກບານມ່ວນຊື່ນລວມໃຫ້ແກ່ວົງຄະນະຍາດ”.

ຕອບກັບ

ຂ່າວ/ບົດ​ອື່ນ