ການເຄື່ອນໄຫວສະເຫຼີມສະຫຼອງ90ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ

ການເຄື່ອນໄຫວສະເຫຼີມສະຫຼອງ90ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ຢ້ຽມ​ຢາມ, ອວຍ​ພອນ​ໜັງ​ສື​ພິມ ໄຊ​ງ່ອນ ປົ​ດ​ປ່ອຍ​ຢູ່ ຮ່າ​ໂນ້ຍ
(ພາບ: sggp.org.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 20/6, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ສື່​ມວນ​ຊົນ ​ແລະ ​ໂຄສະນາ (ຂຶ້ນ​ກັບ ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ)​, ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 90 ປີ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ (21/6/1925-21/6/2015). ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍິນ ຢືນຢັນ​ບົດບາດ​ຂອງ​ສື່​ມວນ​ຊົນ​ໃນ​ໄລຍະ​ຜ່ານ​ມາ, ທັງ​ປະຕິບັດບົດບາດ​ໜ້າ​ທີ່​ເປັນອົງການ​ກະບອກ​ສຽງ​ຂອງ​ພັກ, ລັດ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ… ທັງ​ເປັນ​ເວທີ​ປາ​ໄສ​ຂອງ​ປະຊາຊົນ. ກ່ຽວ​ກັບ​ວຽກ​ງານ​ບຳລຸງ​ສ້າງ​ຂອງ​ສະ​ຖາ​ບັນ​ສື່​ມວນ​ຊົນ ​ແລະ ​ໂຄສະນາ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ຫງວຽນ​ທ້ຽນ​ເຍິນ​ສະ​ເໜີ​ວ່າ:

        “ສິ່ງ​ສຳຄັນ​ກວ່າ​ໝູ່​ແມ່ນ​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ​ສື່​ມວນ​ຊົນ, ​ໃນ​ສະພາບ​ການ​ປະຈຸ​ບັນ. ສະ​ຖາ​ບັນ​ຂອງ​ພວກ​ເຮົາ​ແມ່ນ​ແຫຼ່ງບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ຂອງ​ສື່​ມວນ​ຊົນ​ຫວຽດນາມ. ຍ້ອນ​ເຫດ​ນັ້ນ​ພວກ​ເຮົາ​ຕ້ອງ​ພັດທະນາ​ກະ​ໂດດ​ຂັ້ນ ​ເພື່ອ​ເຊື່ອມ​ໂຍງ​ທັງ​ດ້ານ​ຫຼັກສູດ ​ແລະ ວິທີ​ການ​ບຳລຸງ​ສ້າງ“.

        ຕອນ​ເຊົ້າ​ວັນ​ທີ 20/6, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ດິງ​ເທ໋ຮີນ ​ໄດ້​ມາ​ຢ້ຽມຢາມ ​ແລະ ອວຍພອນ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ, ສຳນັກ​ຂ່າວສານ​ຫວຽດນາມ, ໜັງສືພິມ​ປະຊາຊົນ, ວິທະ​ຍະ​ກະຈາຍສຽງ​ຫວຽດນາມ, ໜັງສືພິມ​ຕຳ​ຫຼວດປະຊາຊົນ ​ແລະ ໜັງສືພິມ​ກອງທັບ​ປະຊາຊົນ. ​ເມື່ອ​ຢ້ຽມຢາມ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ ດິງ​ເທ໋ຮີນ, ​ເນັ້ນ​ໜັກ​ວ່າ:

        “ຂ້າພະ​ເຈົ້າ​ຫວັງ​ວ່າ ວິທະຍຸ​ກະຈາຍສຽງ​ຫວຽດນາມ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​, ກໍ່​ຄື​ບົດຮຽນ​ທີ່​ຖອດ​ຖອນ​ມາ​ໄດ້​ໃນ 70 ປີຜ່ານມາ ​ເພື່ອ​ເຮັດ​ບົດບາດ, ພາລະ​ໜ້າ​ທີ່​ຂອງ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ໃຫ້​ດີກ​ວ່າ. ​ ​ນຳ​ໜ້າ​ໃນ​ຂົງ​ເຂດ​ກະຈາຍສຽງ, ອຸດົມສົມ​ບຸນ​ກວ່າ​ໃນ​ຂົງ​ເຂດ​ໂທລະພາບ, ຍົກ​ສູງ​ຄຸນ​ນະພາ​ບ, ກາຍ​ເປັນ​ອົງການ​ສື່​ມວນ​ຊົນ​ດ້ວຍຫຼາຍ​ຮູບ​ການ​ແຂງ​ແຮງ “.

        ​ແລະ ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 20/6, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ ​ເລ​ແທງ​ຫາຍ ​ໄດ້​ມາ​ຢ້ຽມຢາມ​ ​ແລະ ອວຍພອນວິທະຍຸ​ກະຈາຍສຽງຫວຽ​ດນາມ. ກ່າວ​ຄວາມ​ເຫັນ​ນະ​ພິທີ​ຕ້ອນຮັບ​, ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຫງວຽນ​ດັງ​ຕ໋ຽ​ນ, ​ເນັ້ນ​ໜັກ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ໝັ້ນ​ໝາຍ​ຈະ​ອອກ​ແຮງ​ສູ້​ຊົນ​ກວ່າ​ອີກ ​ເພື່ອ​ພັດທະນາ​ກະ​ໂດດ​ຂັ້ນ, ຖືກ​ທິດ. ​ເພື່ອ​ສ່ອງ​ແສງ​ບັນດາ​ຂ່າວ​ໃໝ່​, ຖືກຕ້ອງ, ຊັດ​ເຈນ​ທີ່​ສຸດ ​ແລະ ສ້າງ​ຄວາມ​ດຶງ​ດູດ, ຕອບ​ສະໜອງ​ຂໍ້​ມູນ​ຂ່າວ​ ເຖິງ​ໝູ່​ມະຫາຊົນ ​ແລະ ສັງ​ຄົນ ໃນ​ທຸກ​ເວລາ, ທຸກ​ແຫ່ງ ​, ຮັກສາ​ຄຸນ​ນະ​ທາດ​ຂອງຜູ້​ເຮັດ​ວຽກ​ງານ​ສື່​ມວນ​ຊົນ​ປະຕິວັດ ​ແລະ ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ລຸ້ນຕ່າງໆ. ຜ່ານ​ນັ້ນ​ຕອບ​ສະໜອງ​ຄວາມ​ປາຖະໜາ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ “.


ຕອບກັບ

ຂ່າວ/ບົດ​ອື່ນ