ການເຄື່ອນໄຫວສະເຫຼີມສະຫຼອງໄຊຊະນຟາດຊິດຢູ່ລັດເຊຍແລະບັນດາປະເທດໃນໂລກ

ການເຄື່ອນໄຫວສະເຫຼີມສະຫຼອງໄຊຊະນຟາດຊິດຢູ່ລັດເຊຍແລະບັນດາປະເທດໃນໂລກ - ảnh 1
ປະຊາຊົນລັດເຊຍ ໃນວັນສະເຫຼີມສະຫຼອງ
(ພາບ: EPA/TTXVN)

(vovworld) –  ວັນ​ທີ 9/5, ສະຫະພັນ​ລັດ​ເຊຍ ​ໄດ້​ຈັດ​ຕັ້ງ​ການ​​ສວນສະໜາມ​ຄັ້ງຕ່າງໆ​ຢູ່ 26 ນະຄອນ​​ໃນ​ທົ່ວ​ປະ​ເທດເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 71 ​ປີ​ແຫ່ງ​ວັນ​ໄຊຊະນະ ຟາດ​ຊິດ. ລວມມີ​ທະຫານ​ເກືອບ 400 ພັນ​ຄົນ ​ແລະ ພາຫະນະ​ເຕັກນິກ 800 ຢ່າງ​ເຂົ້າ​ຮ່ວມ​ເຫດການ​ດັ່ງກ່າວ. ຈຸດ​ພິ​ເສດ​ຂອງ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ໄຊຊະນະ ຟາດ​ຊິດ​ປີ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ບວນການ​ສັງຄົມ “ກອງພັນ​ໃຫຍ່​ອະມະຕະ” ​ເຊິ່ງ​ເລີ່​ມຕົ້ນ​ແຕ່ລັດ​ເຊຍ ​ແລະ ​ໄດ້​ແຜ່​ຂະຫຍາຍ​ອອກ​ຢ່າງ​ກ້ວາງ​ຂວາງຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ​ຄື: ສ. ​ເຊັກ​ໂກ, ອາ​ເມ​ລິ​ກາ, ຝຣັ່ງ, ກາ​ນາ​ດາ.

        ວັນ​ທີ 8/5, ທ່ານ​ປະທານາທິບໍດີ ລັດ​ເຊ​ຍ Vladimir Putin ​ໄດ້​ຝາກ​ໂທລະ​ເລກ​ອວຍພອນ​ເຖິງ​ການ​ນຳ​ບັນດາ​ປະ​ເທດ​ຂຶ້ນ​ກັບ ​ໂຊ​ວຽດ​ເກົ່າຄື: ​ເບ​ລາຣຸດ, ກາ​ຢັກ​ສະຖານ, ມົນ​ໂດ​ວາ… ​ພ້ອມ​ກັບ​ປະຊາຊົນ Gruzia ​ແລະ ຢູ​ແກຼນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ວັນ​ໄຊຊະນະ ຟາດ​ຊິດ.

        ຕອນ​ເຊົ້າ​ວັນ​ທີ 8/5, ຢູ່​ນະຄອນຫຼວງ ປຣາຮາດ ທ່ານ​ປະທານາທິບໍດີ ສ. ​ເຊັກ​ໂກ Milos Zeman, ທ່ານ​ນາຍົກລັດຖະມົນ​ຕີ Bohuslav Sobotka, ທ່ານ​ປະທານ​ສະພາ​ສູງ Milan Stech, ທ່ານ​ປະທານ​ສະພາຕຳ່ Jan Hamacek ​​ໄດ້ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ໄຊຊະນະ ຟາດ​ຊິດ ​ເຢຍລະ​ມັນ. ​ເຂົ້າ​ຮ່ວມ​ພິທີ​ຍັງມີ​ບັນດາອະດີດ​ນັກຮົບ​ເກົ່າ ​ແລະ ບັນດາ​ນັກ​ເຄື່ອນ​ໄຫວ​ສັງຄົມ ​ແລະ ມະຫາຊົນ​ເປັນ​ຈຳ​ນວນຫຼວງ​ຫຼາຍ.

ຂ່າວ/ບົດ​ອື່ນ