ການເຄື່ອນໄຫວຫຼາຍຢ່າງເນື່ອງໃນ ໂອກາດສະເຫຼີມສະຫຼອງວັນເດັກສາກົນ 01/06

ການເຄື່ອນໄຫວຫຼາຍຢ່າງເນື່ອງໃນ ໂອກາດສະເຫຼີມສະຫຼອງວັນເດັກສາກົນ 01/06 - ảnh 1
(ພາບປະກອບ)
(vovworld) - ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງວັນ​ເດັກ​ສາກົນ 01/06, ຢູ່​ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວອັນ​ແທດຈິງ​​​ຫຼາຍ​ຢ່າງທີ່​ສະຫງວນ​ໃຫ້​ແກ່​​ເດັກນ້ອຍ. ວັນທີ 29/05, ພະ​ແນ​ກ​ແຮງ​ງານ, ທະຫານ​ເສຍ​ອົງ​ຄ້າ ​ແລະ ສັງ​ຄົມ​ແຂວງ ກວາງ​ຈິ້ ​ແລະ ຜູ້ຕາງໜ້າ​ບັນດາ​ຫົວໜ່ວຍ​ໄດ້​ມອບ​ຂອງຂວັນ ​ແລະ ຮັບ​ລ້ຽງ​ເນັກຮຽນ​ທີ່ທຸກ​ຍາກ​​ແຕ່ຮຽນ​ເກັ່ງ ​ແລະ ນັກຮຽນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ຢູ່ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ເມືອງ ​ເຮື໋ອງຮ໋ວາ ​ເກືອບ 100 ຄົນ. ​ແລະ ກໍ​ໃນ​ວັນ​ດ່ຽວ​ກັນ, ​ແຂວງ​ວິ້ງ​ຟຸ໋ກ ​ກໍປຸກ​ລະດົມ​ເດືອນ​ເຄື່ອນ​ໄຫວ​ເພີ່​ມ​ເດັກນ້ອຍ​ປີ 2013, ທາງ​ແຂວງ​ໄດ້​ມອບ​ຂອງຂວັນ 15 ພູດ ​ໃຫ້​ແກ່​ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​, ມອບ​ທຶນ​ສຶກສາ​ໃຫ້​ນັກຮຽນ 10 ຄົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກແຕ່​ມີ​ຜົນງານ​ດີ​​ເດັ່ນໃນ​ສົກຮຽນ​​​ຜ່ານ​ມາ.

        ​ໃນ​ລະຫວ່າງ​ວັນ​ທີ 29/05 – 01/06, ຢູ່​ແຂວງ​ເກີນ​ເທີ ​ໄດ້ຈັດ​ງານນ​ບຸນເດັກ​ນ້ອຍ ​ໃຫ້​ແກ່​ເດ​ັກນ້ອຍ​ກວ່າ 1000 ຄົນ ​ແລະ ມອບ​ຂອງຂວັນ​ 200 ພູດໃຫ້​ເດັກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຢູ່​ເຂດ​ຫ່າງ​​ໄກ​ຊອກ​ຫຼີກ ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 200 ລ້ານ​ດົງ.

ຂ່າວ/ບົດ​ອື່ນ