ການເຄື່ອນໄຫວອວຍພອນປີໃໝ່ ປີມະເສງ 2013 ຢູ່ ອາເມລິກາ ແລະ ອັງຊັງຕີນ

ການເຄື່ອນໄຫວອວຍພອນປີໃໝ່ ປີມະເສງ 2013 ຢູ່ ອາເມລິກາ ແລະ ອັງຊັງຕີນ - ảnh 1
ພາບປະກອບ
(ພາບ: Vietnam+)

(vovworld) – ຕອນ​ຄຳ່​ວັນ​ທີ 2/2, ຄະນະ​ຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະ​ປະຊາ​ຊາດ ທີ່​ນະຄອນ New York ​​ແຫ່ງ ອາ​ເມ​ລິ​ກາ ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນ​ອວຍພອນ​ປີ​ໃໝ່ ປີ​ມະ​ເສ​ງ  2013. ດ້ວຍ​ການ​ເຂົ້າ​ຮ່ວ​ມຂອງກ່ວາ 300 ທ່ານ ​ເຊິ່ງ​ແມ່ນ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ, ບັນດາ​ນັກ​ການ​ທູດ​ຕ່າງປະ​ເທດ​ປະຈຳສະຫະ​ປະຊາ​ຊາດ ພ້ອມ​ກັບ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ, ນັກຮຽນ, ນັກ​ສຶກສາ ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ ​ແລະ ຮຳ່ຮຽນ ຢູ່​ອາ​ເມ​ລິ​ກາ ​ແລະ ພະນັກງານ, ພາລະກອນ​ຄະນະ​ຜູ້​ຕາງໜ້າ​ຫວຽດນາມ ປະຈຳ ສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການ​ທີ່​ກ່ຽວ​ຂ້ອງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່າ​ນ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ, ຫົວໜ້າ​ຄະນະ​ຜູ້​ຕາງໜ້າ​ຫວຽດນາມ ປະຈຳ ສະຫະ​ປະຊາ​ຊາດ ​ໃຫ້​ຮູ້​ວ່າ: ນັບ​ມື້​ນັບ​ມີ​ຫຼາຍ​ຫາງ​ສຽງ​ຕ່າງປະ​ເທດສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ຕໍ່​​ເຕີບ​​ໂຕຂອງ ຫວຽດນາມ ດ້ວຍ​ບົດບາດ​ທີ່​ຕັ້ງ​ທີ່ໄດ້​ຮັບ​ການ​ຢືນຢັນ​ໃນ​ເວທີ​ສາກົນ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ ຢັ້ງຢືນ​ວ່າ: ຫວຽດນາມ ຈະ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ, ມີ​ປະສິດທິ​ຜົນ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການ​ສາກົນ ຕະຫຼອດ​ໄປ.

        ​ແລະ​ກໍ່​ໃນ​ຕອນ​ຄຳ່​ວັນ​ທີ 2/2, ສະຖານທູດ ຫວຽດນາມ ປະຈຳ ອັກ​ຊັງ​ຕີນ ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນ​ອວຍພອນ​ປີ​ໃໝ່ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ ຫວຽດນາມ ອາ​ໄສ​ຢູ່ ອັກ​ຊັງ​ຕີນ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ຫວຽດນາມ ປະຈຳ ​ອັງ​ຊັງຕີນ ຫງວຽນ​ວັນ​ດາວ ​​ໄດ້​ແຈ້ງ​ໃຫ້​ຊາບ​ບັນດາ​ຜົນງານ​​ໃນ​ທຸກໆ​ດ້ານ​ຂອງ​ປະ​ເທດ​ຊາດ​ໃນ​ປີ 2012, ພ້ອມ​ທັງ​ຊີ້​ແຈ້ງ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ດີງາມ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ  ​​ແລະ ອັງ​ຊັງ​ຕີນ ​ໃນ​ໄລຍະ​ຜ່ານ​ມາ.

 

​​​

ຂ່າວ/ບົດ​ອື່ນ