ການເຈລະຈາTPPໄດ້ມີບາດກ້າວບຸກທະລຸດ້ານຊີວະວິທະຍາ

ການເຈລະຈາTPPໄດ້ມີບາດກ້າວບຸກທະລຸດ້ານຊີວະວິທະຍາ - ảnh 1
(ພາບປະກອບ: Reuters)

(vovworld) – ວັນ​ທີ 04/10, ອາ​ເມ​ລິ​ກາ ​ແລະ ອົດສຕາ​ລີ ບັນລຸ​ໄດ້​ສັນຍາ​ຕົກລົງ​ກ່ຽວ​ກັບ​ອາລັກ​ຂາ​ສິດ​ຜູກຂາດສຳ​ລັບ​ບັນດາ​ຜະລິດ​ຕະພັນ​ຢາ​ຊີວະ​ໃໝ່. ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນ​ບາດກ້າວ​ບຸກທະລຸ, ​ເປີດ​ຊອງທາງ​ໃຫ້ 12 ປະ​ເທດກ້າວ​ໄປ​ເຖິງ​ການ​ສ້າງ​ສຳ​ເລັດ​ສັນຍາ​ຄູ່​ຮ່ວມ​ມື​ຂ້າ​ມປາຊີ​ຟິກ (TPP) ກວ່າ, ພາຍຫຼັງ​ຖືກ​ປະລາ​ໄຊ​ເປັນ​ຫຼາຍ​ຄັ້ງ. ຕາມ​ສັນຍາ​ທີ່​ໄດ້ລົງ​ນາມ, ​ກຳ​ຍົດ​ເວລາອາ​ລັກ​ຂາ​ສຳ​ລັບ​ບັນດາ​ຜະລິດ​ຕະພັນ​ຢາ​ຊີວະ​ແມ່ນ 8 ປີ, ສອດຄ່ອງ​ກັບ​ຂໍ້​ສະ​ເໜີ​ໃໝ່​ຂອງ​ອາ​ເມລິ​ກາ. ວົງ​ການ​ນັກ​​ໄຈ້​​ແຍກ​ໃຫ້​ຂໍ້ສັງ​ເກດວ່າ, ຖ້າ​ຫາກກອງ​ປະຊຸມ TPP ຄັ້ງ​ນີ້ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ສຸດ​ທ້າຍ, ວິວັດ​ການ​ເຈລະຈາ TPP ຍັງ​ອາດຈະສຳ​ເລັດ​ໃນ​ປີ 2015 ນີ້, ​ເມື່ອ​ບັນດາ​ນັກ​ເຈລະຈາ​ພົບ​ປະກັນ​ຢູ່​ນອກ​ກອງ​ປະຊຸມ​ຂັ້ນ​ສູງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC), ຊຶ່ງຄາດ​ວ່າ ຈະ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ 11 ຈະ​ມາ​ເຖິງ​ຢູ່​ຟີ​ລິບ​ປີນ.

ຂ່າວ/ບົດ​ອື່ນ