ການ​ເຈ​ລະ​ຈາ​ການ​ຄ້າ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ​ມີສັນ​ຍານ​ທີ່ດີພໍສົມຄວນ​

(VOVWORLD) - ບັນດາການເຈລະຈາການຄ້າລະຫວ່າງ ອາເມລິກາ - ຈີນ ສືບຕໍ່ບັນລຸໄດ້ຄວາມຄືບໜ້າທີ່ດີ ແລະ ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສ້າງຕັ້ງກົນໄກປະຕິບັດທຸກໆຂໍ້ຕົກລົງທີ່ອາດຈະບັນລຸໄດ້.

ກ່າວຄຳເຫັນໃນວັນທີ 10 ເມສາ, ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ, ກ່ອນໜ້ານັ້ນວັນໜຶ່ງ, ທ່ານໄດ້ມີການໂອ້ລົມທາງໂທລະສັບທີ່ມີລັກສະນະສ້າງສັນກັບທ່ານ ລີ໊ວເຄືອ ຮອງນາຍົກລັດຖະມົນຕີ ຈີນ ແລະ ໃນວັນທີ 11 ເມສາ, ຄາດວ່າສອງປະເທດ ຈະ ເຊື່ອມຕໍ່ບັນດາການປຶກສາຫາລືຄືນໃໝ່.

        ທ່ານ Mnuchin ໃຫ້ຮູ້ຕື່ມອີກວ່າ ສອງຝ່າຍໄດ້ “ກ້າວເຂົ້າໃກ້ກັບກົນໄກປະຕິບັດ ແລະ ເຫັນດີເປັນເອກະພາບວ່າ ສອງຝ່າຍຈະສ້າງຕັ້ງບັນດາຫ້ອງການເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ”. ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ຍັງມີຫຼາຍບັນຫາສຳຄັນຊຶ່ງ ວໍຊິງຕັນ ແລະ ປັກກິ່ງຄວນແກ້ໄຂ.

ຕອບກັບ

ຂ່າວ/ບົດ​ອື່ນ