ການເຈລະຈາຂັ້ນສູງ ກ່ຽວກັບການພົວພັນລະຫວ່າງ ຈີນ ແລະ ຍີ່ປຸ່ນ

ການເຈລະຈາຂັ້ນສູງ ກ່ຽວກັບການພົວພັນລະຫວ່າງ ຈີນ ແລະ ຍີ່ປຸ່ນ - ảnh 1
( ພາບ : http://www.baomoi.com )
ຕອນ​ບ່າຍ​ວັນ​ທີ 25/12, ທ່ານ​ນາຍົກລັດຖະມົນຕີຈີນ​ເວີນ​ເຈຍ​ປາວ ​ແລະ​ຄູ່​ຕຳ​ແໜ່​ງຍີ່ປຸ່ນ, ທ່ານ Yoshihoko Noda ​ໄດ້​ມີ​ການ​ເຈລະຈາ​ກ່ຽວ​ກັບ​ການ​ພົວພັນ​ຈີນ-ຍີ່ປຸ່ນ​ຢູ່​ນະຄອນຫຼວງປັກ​ກີ​ງ. ທ່ານ​ນາຍົກລັດຖະມົນຕີຈີນ​ເວີນ​ເຈຍ​ປາວ​ເນັ້ນໜັກ​ວ່າ: ຈີນ ​ແລະ​ຍີ່ປຸ່ນ​ຄວນ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ຄູ່​ຮ່ວມມື​ທີ່​ດີ ຊື່​ງມັນ​ຈະ ດີ​ກວ່​າການ​ເປັນ​ຄູ່​ແຂ່ງ. ສອງ​ປະ​ເທດ​ຄວນ​ຮັກສາ​ການ​ພົວພັນ​ຢ່າງໝັ້ນຄົງ, ​ໂປ່ງ​ໃສ ​ແລະ​ຍາວ​ນານ. ສ່ວນ​ທ່ານ ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Yoshihoko Noda​ ເນັ້ນໜັກ​ວ່າ ການ​ພັດທະນາ​ຂອງ​ຈີ​ນ​ແມ່ນ​ໂອກາດ​ໃຫ້​​ແກ່ຍີ່ປຸ່ນ ​ແລະ​ປະ​ເທດ​ອື່ນໆ. ຍີ່ປຸ່ນ​ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ຈີນ ຮັບ​ມື​ກັບ​ບັນດາ​ການ​ທ້າ​ທາຍ ​ແລະ​ຈະ​ມີ​ຄວາມ​ມານະ​ພະຍາຍາມຫຼາຍກ່ວາ​ອີກ ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ກໍ​ຄື​​ເພື່ອສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ການ​ນຳ​ສອງ​ທ່ານ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ໃນ​ແຫຼມ​ເກົາຫຼີ ​ແລະ​ຢັ້ງຢືນ​ວ່າ ການ​ຮັກສາສັນຕິພາບ, ສະຖຽນ​ລະ​ພາບໃນ​ແຫຼມ​ເກົາຫຼີ​ແມ່ນ​ນອນ​ໃນ​ຜົນ​ປະ​ໂຫຍ​ດລວມຂອງ​ບັນດາ​ປະ​ເທດ ​ແລະ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ. ພາຍຫຼັງການ​ເຈລະຈາ, ການ​ນຳ​ສອ​ງ​ທ່ານ​ໄດ້​ເປັນ​ສັກ ​ຂີ​ພິຍານ ພິທີ​ລົງ​ນາມ​​ຂໍ້​ຕົກລົງ​ຕ່າງໆຄື: ​ເອກະສານ​ກ່ຽວ​ກັບ​ການພົບປະ​ແລກປ່ຽນ​ຊາວ​ໜຸ່ມ ​ແລະ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ຂໍ້​ຕົກລົງ​ໂດຍ​ສັງ​ເຂ​ບ ການ​ເປີດ​ຄັງ​ເງິນ​ລົງທຶນ​ຈີນ-ຍີ່ປຸ່ນ ​ກ່ຽວ​ກັບ​ການ​ປົກ​ປັກຮັກສາ​ສິ່ງ​ແວດ​ລ້ອມ ​ແລະ​ອະນຸລັກ​ຮັກສາ​ພະລັງງານ.
ຂ່າວ/ບົດ​ອື່ນ