ການເຈລະຈານິວຄະເລຍລະຫວ່າງP5+1ກັບອີຣານໂຈະໄວ້ເຖິງວັນທີ13/7

ການເຈລະຈານິວຄະເລຍລະຫວ່າງP5+1ກັບອີຣານໂຈະໄວ້ເຖິງວັນທີ13/7 - ảnh 1
(ພາບປະກອບ: PressTV)

(vovworld) - ອີຣານ ​ແລະ ກຸ່ມ​ປະ​ເທດ​ມະຫາ​ອຳນາດ P5+1 (​ເຊິ່ງລວມ​ມີ​ອັງ​ກິດ, ຝລັ່ງ, ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ) ​ໄດ້​ເຫັນ​ດີ​ກຳນົດ​ເວລາ​ເຖິງ​ວັນ​ທີ 13/7 ​ເພື່ອ​ສາມາດ​ບັນລຸ​ໄດ້​ຂໍ້​ຕົກລົງ​ສຸດ​ທ້າຍ​ກ່ຽວ​ກັບ​ໂຄງການ​ນິວຄະ​ເລຍ​ຂອງ​ອີຣານ. ນີ້​ແມ່ນ​ເທື່ອ​ທີ 3 ​ໃນ 2 ສັບປະດາ​ຜ່ານ​ມາ, ບັນດາ​ຝ່າຍ​ຕົກລົງ​ຕໍ່​ກຳນົດ​ເວລາ​ໃຫ້​ແກ່​ການ​ເຈລະຈາ​. ພາຍຫຼັງ​ການ​ເຈລະຈາ​ໃນ​ວັນ​ທີ 10/7, ບັນດາ​ຝ່າຍ​ລ້ວນ​ແຕ່​ຍອມຮັບ​ບັນລຸ​ໄດ້​ຄວາມ​ກ້າວໜ້າ​ໃນ​ສອງ​ສັບປະດາ​ດຳ​ເນີນ​ການ​ເຈລະຈາ​ສຸດ​ທ້າຍ​ນີ້, ​ແຕ່​ທ່ານ​ລັດຖະມົນຕີ​ວ່າການ​ການ​ຕ່າງປະ​ເທດ​ອັງກິດ Philip Hammond ຍອມຮັບ​ວ່າ​ວິວັດ​ການ​ເຈລະຈາ​ຊ້າ​ທີ່​ສຸດ. ທ່ານລັດຖະມົນຕີ​ວ່າການ​ການ​ຕ່າງປະ​ເທດຝລັ່ງ Laurent Fabius ​ໄດ້​ອອກ​ຈາກ​ນະຄອນຫຼວງ​ວຽນ (ປະ​ເທດ​ອົດ​ຕະລິດ) ​ແລະ ​ໃຫ້​ຮູ້​ຈະ​ກັບ​ຄືນ​ໃນ​ວັນ​ທີ 11/7. ທ່ານ ລັດຖະມົນຕີ​ວ່າການ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ຢັ້ງຢືນ​ຫຼັກ​ໝັ້ນ​ເດັດ​ດຽວ​ຂອງ​ອາ​ເມ​ລິ​ກາ ​ແມ່ນ​ມານະ​ພະຍາຍາມ​ເຈລະຈາ ​ເພື່ອ​ບັນລຸ​ຂໍ້​ຕົກລົງ​ໃຫ້​ໄດ້.

ຂ່າວ/ບົດ​ອື່ນ