ການເຈລະຈານະໂຍບາຍປ້ອງກັນປະເທດຫວຽດນາມ - ອົດສະຕາລີຄັ້ງທີ 1

(VOVWORLD) -ວັນທີ 03 ພະຈິກ, ຢູ່ນະຄອນຫຼວງ Canberra, ປະເທດອົດສະຕາລີ ໄດ້ດຳເນີນການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອົດສະຕາລີ ຄັ້ງທີ 1.
ການເຈລະຈານະໂຍບາຍປ້ອງກັນປະເທດຫວຽດນາມ - ອົດສະຕາລີຄັ້ງທີ 1 - ảnh 1 ການເຈລະຈານະໂຍບາຍປ້ອງກັນປະເທດຫວຽດນາມ - ອົດສະຕາລີຄັ້ງທີ 1

(ພາບ: qdnd.vn)

 ຄະນະຜູ້ແທນຫວຽດນາມ ໂດຍທ່ານພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເປັນຫົວໜ້າຄະນະ; ຄະນະຜູ້ແທນອົດສະຕາລີ ໂດຍທ່ານ Maec Ablong, ຮອງເລຂາທິການໃຫຍ່ກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ.

        ທີ່ການເຈລະຈາ, 2 ຝ່າຍໄດ້ແລກປ່ຽນບາງບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນພົ້ນເດັ່ນແມ່ນບັນດາສິ່ງທ້າທາຍຄວາມໝັ້ນຄົງບໍ່ເປັນການທະຫານ ແລະ ຖືວ່າ, ເພື່ອຮັບມືກັບບັນດາສິ່ງທ້າທາຍດັ່ງກ່າວ, ບໍ່ມີປະເທດໃດສາມາດແກ້ໄຂໃດດ້ວຍຕົນເອງໄດ້ ຫາກຕ້ອງມີການຮ່ວມແຮງຮ່ວມໃຈຈາກຂອງປະຊາຄົມສາກົນ.

        ກ່ຽວກັບການຮ່ວມມືປ້ອງກັນຊາດ 2 ຝ່າຍ, ຫົວໜ້າຄະນະຜູ້ແທນ 2 ທ່ານ ໄດ້ຮັບຮອງເອົາໝາກຜົນການເຮັດວຽກຂອງກຸ່ມທາບທາມຄວາມເຫັນດ້ານປ້ອງກັນປະເທດຂັ້ນກົມເຈລະຈາ ເຊິ່ງໄດ້ດຳເນີນໃນວັນທີ 02 ພະຈິກ, ຕາມນັ້ນແລ້ວ, ການຮ່ວມມືປີ 2017 ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ຕາມເນື້ອໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນປະເທດ 2 ຝ່າຍ ປີ 2010, ກໍ່ຄືຄຳໝັ້ນສັນຍາຂອງການນຳ, ກະຊວງປ້ອງກັນປະເທດຂອງ 2 ປະເທດ.

        ກ່ຽວກັບທິດທາງຮ່ວມມືດ້ານປ້ອງກັນປະເທດໃນໄລຍະຈະມາເຖິງ, 2 ຝ່າຍລ້ວນແຕ່ເຫັນດີໂດຍຖືວ່າ, ປີ 2018 ແມ່ນປີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 20 ປີແຫ່ງວັນການພົວພັນປ້ອງກັນຊາດ ແລະ 2 ປະເທດຈະຍົກລະດັບການພົວພັນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ. ສະນັ້ນ, 2 ຝ່າຍຄວນມີບັນດາການເຄື່ອນໄຫວຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ຕາມເນື້ອໃນຈິດໃຈບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດທີ່ໄດ້ລົງນາມແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ