ການເຈລະຈາລະຫວ່າງ ຈີນ ແລະ ອາເມລິກາ ບັນລຸບາວກ້າວຄືບໜ້າຫຼາຍຢ່າງ

(VOVWORLD) -ການເຈລະຈາດ້ານການຄ້າລະຫວ່າງປະເທດນີ້ ແລະ ອາເມລິກາ ບັນລຸໄດ້ບາດກ້າວຄືບໜ້າຫຼາຍພໍສົມຄວນ 

ວັນທີ 8 ມີີນາ, ກ່າວຄໍາເຫັນທີ່ການຖະແຫຼງຂ່າວ ຢູ່ນອກສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ຄັ້ງທີ 2 ຊຸດທີ 13, ທ່ານຫວາງອີ້ ລັດຖະມົນຕີການຕ່າງປະເທດ ຈີນ ໃຫ້ຮູ້ວ່າ, ການເຈລະຈາດ້ານການຄ້າລະຫວ່າງປະເທດນີ້ ແລະ ອາເມລິກາ ບັນລຸໄດ້ບາດກ້າວຄືບໜ້າຫຼາຍພໍສົມຄວນ ພ້ອມທັງໃຫ້ຮູ້ວ່າ, ການພົວພັນລະຫວ່າງສອງປະເທດບໍ່ຄວນປະໃຫ້ຕົກເຂົ້າສູ່ສະພາບສູ້ຢັນກັນ. ນອກນັ້ນ, ທ່ານ ຫວາງອີ໊ ໃຫ້ຮູ້ຕື່ມອີກວ່າ, ຈີນ ມີຄວາມຫວັງຕັ້ງໜ້າຕໍ່ການພົວພັນກັບ ອາເມລິກາ ໃນອະນາຄົດ.

        ກ່ຽວກັບບັນຫາ ເວເນຊູເອລາ, ທ່ານ ຫວາງອີ້ ເນັ້ນໜັກວ່າ ບັນດາຄໍາສັ່ງລົງໂທດ ຈະພຽງແຕ່ເຮັດໃຫ້ສະພາບການ ຮ້າຍແຮງຂຶ້ນຕື່ມເທົ່ານັ້ນ,  ພ້ອມທັງຢັ້ງຢືນວ່າ ຈີນ ສືບຕໍ່ໜູນຊ່ວຍ ປະເທດ ອາເມລິກາໃຕ້ນີ້ ຊອກຫາມາດຕະການດ້ານການເມືອງເພື່ອແກ້ໄຂວິກິດການໃນປັດຈຸບັນ.

        ກ່ຽວກັບຄວາມເຄັ່ງຕຶງ ລະຫວ່າງ ປາກິດສະຖານ ແລະ ອິນເດຍ, ທ່ານ ຫວາງອີ້ ໃຫ້ຮູ້ວ່າ ຈີນ ຫວັງວ່າ ສອງປະເທດ ຈະຫັນການສູ້ຢັນກັນໃຫ້ກາຍເປັນການເຈລະຈາ ແລະ ແກ້ໄຂຄວາມບໍ່ລົງລອຍກັນ ເພື່ອແນໃສ່ສ້າງການຮ່ວມມືອັນດີງາມກວ່າໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ