ການເຈລະຈາລະຫວ່າງ ລັດເຊຍ - ຢູແກຼນ ຢູ່ ເຊີແນວ: ມີຄວາມຄືບໜ້າດ້ານເຕັກນິກວິຊາການ ແຕ່ຄວາມບໍ່ລົງລອຍກັນດ້ານເຂດແຄວ້ນແດນດິນຍັງຄົງເປັນຈຸດອຸດຕັນ
(VOVWORLD) - ຮອບເຈລະຈາທີ 3 ລະຫວ່າງ ລັດເຊຍ - ຢູແກຼນ - ອາເມລິກາ ຢູ່ ເຊີແນວ (ສະວິດ) ໃນລະຫວ່າງວັນທີ 17 – 18 ກຸມພາ ໄດ້ສິ້ນສຸດລົງ ດ້ວຍເລື່ອງບັນດາຝ່າຍຮັບຮູ້ມີຄວາມຄືບໜ້າທາງດ້ານເຕັກນິກວິຊາການ, ແຕ່ທັດສະນະແຕກຕ່າງກັນກ່ຽວກັບບັນຫາການເມືອງທີ່ເປັນແກ່ນສານ ແມ່ນຍັງບໍ່ທັນແກ້ໄຂໄດ້ເທື່ອ.
ບັນຍາກາດການເຈລະຈາ ຢູ່ ສະວິດໃນວັນທີ 17 ກຸມພາ (ພາບ: Press service of the National Security and Defence Council of Ukraine/Handout via REUTERS) |
ຕາມບັນດາແຫຼ່ງຂ່າວແລ້ວ, ໃນມື້ເຈລະຈາທຳອິດຢູ່ ເຊີແນວ, ບັນດາຝ່າຍໄດ້ເຈລະຈາພາຍໃນ 6 ຊົ່ວໂມງ, ມື້ທີ 2 ປະມານ 2 ຊົ່ວໂມງ. ຖ້າວ່າ ໃນຮອບເຈລະຈາຄັ້ງກ່ອນໆທີ່ໄດ້ດຳເນີນຢູ່ Abu Dhabi (ສະຫະລັດ ອາຣັບ ເອມມີເລດ - UAE) ໄດ້ສຸມໃສ່ປຶກສາຫາລືບັນດາບັນຫາການທະຫານ, ສ່ວນຢູ່ ເຊີແນວ ໂຄງການດຳເນີນງານໄດ້ຮັບການເປີດກວ້າງກວ່າ, ໃນນັ້ນ ມີເນື້ອໃນກ່ຽວກັບລະບຽບການ ແລະ ການຄວບຄຸມເຂດແຄວ້ນແດນດິນ.
ຝ່າຍ ຢູແກຼນ ໃຫ້ຮູ້ວ່າ ການປຶກສາຫາລືໄດ້ສຸມໃສ່ສອງກຸ່ມບັນຫາຕົ້ນຕໍ: ການທະຫານ ແລະ ການເມືອງ. ຢູ່ໃນຂົງເຂດການທະຫານ, ບັນດາຝ່າຍເກືອບຄືວ່າໄດ້ຕົກລົງເປັນເອກະພາບຕໍ່ບັນດາທັດສະນະຄື: ກົນໄກຄວບຄຸມຄຳສັ່ງຢຸດຍິງ, ແຕ່ວ່າ ຢູ່ໃນກຸ່ມການເມືອງ, ບັນດາບັນຫາເຂດແຄວ້ນແດນດິນ ແລະ ບັນດາມາດຕະການລົງໂທດຍັງບໍ່ທັນຍົກອອກບັນດາແບບວິທີສຸດທ້າຍເທື່ອ.
ສ່ວນຝ່າຍ ລັດເຊຍ, ທ່ານ Dmitry Peskov ໂຄສົກວັງ Kremlin ຖືວ່າ ຍັງໄວເພື່ອຕີລາຄາໝາກຜົນຢ່າງແທ້ຈິງ, ພ້ອມທັງໃຫ້ຮູ້ວ່າ ທ່ານປະທານນາທິບໍດີ ລັດເຊຍ Vladimir Putin ຈະຮັບບົດລາຍງານໂດຍກົງຈາກຄະນະ. ປັດຈຸບັນຍັງບໍ່ທັນມີຂໍ້ມູນກ່ຽວກັບສະຖານທີ່ຈັດຕັ້ງຮອບເຈລະຈາຄັ້ງຕໍ່ໄປ.
ນັກຂ່າວ VOV ປະຈຳ ລັດເຊຍ