ການ​ເຈ​ລະ​ຈາ​ຮອບ​ຕໍ່​ໄປ​ລະ​ຫວ່າງ​ຣັດ​ເຊຍ-ຢູ​ແຄຣນ​ຈະ​ດຳ​ເນີນ​ຢູ່​ຕວັກກີ

(VOVWORLD) -ໃນການເຈລະຈາທາງໂທລະສັບ, ທ່ານປະທານາທິບໍດີ Recep Tayyip Erdogan ໄດ້ກ່າວຕໍ່ ທ່ານປະທານາທິບໍດີ Vladimir Putin ວ່າ ການຢຸດຍິງ ແລະ ສັນຕິພາບ ລະຫວ່າງ ລັດເຊຍ ແລະ ຢູແຄຣນ ຕ້ອງບັນລຸໄດ້ຍີ່ງໄວເທົ່າໃດກໍ່ຍີ່ງດີ ແລະ ສະພາບການດ້ານມະນຸດສະທຳໃນພາກພື້ນຄວນໄດ້ຮັບການປັບປຸງ. 
ການ​ເຈ​ລະ​ຈາ​ຮອບ​ຕໍ່​ໄປ​ລະ​ຫວ່າງ​ຣັດ​ເຊຍ-ຢູ​ແຄຣນ​ຈະ​ດຳ​ເນີນ​ຢູ່​ຕວັກກີ - ảnh 1ພາບປະກອບ: Sputnik

ວັນທີ 27 ມີນາ, ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຫັນດີຈະຈັດການເຈລະຈາຮອບຕໍ່ໄປລະຫວ່າງ ລັດເຊຍ ແລະ ຢູແຄຣນ ຢູ່ນະຄອນ Istanbul ຂອງຕວັກກີ. ຕາມການປະກາດຂອງທຳນຽບປະທານາທິບໍດີ ຕວັກກີ, ການນຳສອງປະເທດໄດ້ມີການເຈລະຈາທາງໂທລະສັບໃນວັນດຽວກັນ ແລະ ປຶກສາຫາລືກ່ຽວກັບການຜັນແປຫຼ້າສຸດຂອງການປະທະກັນລະຫວ່າງ ລັດເຊຍ - ຢູແຄຣນ ແລະ ວິວັດການເຈລະຈາລະຫວ່າງ Moscow ແລະ Kiev.

ໃນການເຈລະຈາທາງໂທລະສັບ, ທ່ານປະທານາທິບໍດີ Recep Tayyip Erdogan ໄດ້ກ່າວຕໍ່ ທ່ານປະທານາທິບໍດີ Vladimir Putin ວ່າ ການຢຸດຍິງ ແລະ ສັນຕິພາບ ລະຫວ່າງ ລັດເຊຍ ແລະ ຢູແຄຣນ ຕ້ອງບັນລຸໄດ້ຍີ່ງໄວເທົ່າໃດກໍ່ຍີ່ງດີ ແລະ ສະພາບການດ້ານມະນຸດສະທຳໃນພາກພື້ນຄວນໄດ້ຮັບການປັບປຸງ. ຜູ້ນຳຕວັກກີ ເນັ້ນໜັກວ່າ ປະເທດນີ້ຈະສືບຕໍ່ “ປະກອບສ່ວນເຂົ້າທຸກແບບວິທີ ທີ່ເປັນໄປໄດ້ໃນຂະບວນການນີ້”.

ຫົວໜ້າຄະນະເຈລະຈາລັດເຊຍ ທ່ານ Vladimir Medinsky ປະກາດວ່າ ສອງຝ່າຍໄດ້ດຳເນີນການເຈລະຈາໃນວັນທີ 27 ມີນາ ແລະ ໄດ້ຕັດສິນໃຈຈັດຕັ້ງການເຈລະຈາໃນ ສອງ ມື້ ຄື ວັນທີ 29 ແລະ 30 ມີນາ  ແບບໂດຍກົງ.

ຕອບກັບ

ຂ່າວ/ບົດ​ອື່ນ