ການເຈລະຈາຮອບທີ9ກຸ່ມປະຕິບັດງານກ່ຽວກັບການຮ່ວມມືຫວຽດນາມ-ຈີນ

ການເຈລະຈາຮອບທີ9ກຸ່ມປະຕິບັດງານກ່ຽວກັບການຮ່ວມມືຫວຽດນາມ-ຈີນ - ảnh 1
(ພາບປະກອບ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 18 – 21/09 ຢູ່ ຮ່າ​ໂນ້ຍ ​ໄດ້ດຳ​ເນີນການ​ເຈລະຈາ​ຮອບ​ທີ 9 ກຸ່ມ​ປະຕິບັດ​ງານ​ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດທີ່ມີ​ຄວາມສະດຸ້ງ​ໄວໜ້ອຍ​ບົນ​ທະ​ເລ ຫວຽດນນາມ - ຈີນ. ຫົວ​ໜ້າ​ກຸ່ມ​ປະຕິບັດ​ງານຝ່າຍ ຫວຽດນາມ ​ແມ່ນທ່ານ ​ເລ​ກູ​ຍກ່ວຽນ ​ຫົວໜ້າ​ກົມ​ທະ​ເລ, ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ, ກະຊວງ​ການ​ຕ່າງປະ​ເທດ. ຫົວໜ້າ​ກຸ່ມ​ປະຕິບັດ​ງານ​ຝ່າຍ ຈີນ ​ແມ່ນ​ທ່ານ ​ເຈົາ​ເຈ໋ຍ ຜູ້​ຕາງໜ້າ​ກົມ​ຊາຍ​ແດນ ​ແລະ ທະ​ເລ, ກະຊວງ​ການ​ຕ່າງປະ​ເທດ. 2 ຝ່າຍ​ຢືນຢັນ​ວ່າ ຈະ​ປະຕິບັດ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ຢ່າງ​ເຂັ້ມ​ງວດ​ ຕາມຈິດ​ໃຈ “ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາຫຼັກການ​ພື້ນຖານ​ຊີ້​ນຳ​ການ​ແກ້​ໄຂ​ບັນ​ຫາ​ບົນ​ທະ​ເລ ຫວຽດນາມ - ຈີນ”, ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດທີ່​ມີ​ຄວາມ​ສະດຸ້ງ​ໄວ​ໜ້ອຍ​ບົນ​ທະ​ເລ ຫວຽດນາມ - ຈີນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່ແນວ​ຄວາມ​ຄິດ​ກ່ຽວ​ກັບ​ເລື່ອງ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ແນວ​ພັນລ້ຽງ​ສິນ​ໃນ​ທະ​ເລ​ຢູ່​ອ່າວ​ພາກ​ເໜືອ.

 

ຂ່າວ/ບົດ​ອື່ນ