ການເຊື່ອມຕໍ່ການລົງທຶນລະຫວ່າງວິສາຫະກິດ ຫວຽດນາມ ແລະ ສ.ເກົາຫຼີ ຢູ່ ຫາຍຟ່ອງ

(VOVWORLD) -ນີ້ແມ່ນການເຄື່ອນໄຫວເພື່ອປະກອບສ່ວນສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ອຳນວຍຄວາມສະດວກ, ເພີ່ມທະວີການແກ່ງແຍ້ງຂອງວິສາຫະກິດ ສ.ເກົາຫຼີ ຢູ່ ຫາຍຟ່ອງ
ການເຊື່ອມຕໍ່ການລົງທຶນລະຫວ່າງວິສາຫະກິດ ຫວຽດນາມ ແລະ ສ.ເກົາຫຼີ ຢູ່ ຫາຍຟ່ອງ - ảnh 1ທ່ານ ເລແອັງກວນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ
(ພາບ: baodautu.vn)

ມີວິສາຫະກິດກວ່າ 40 ແຫ່ງໄດ້ເຂົ້າຮ່ວມກອງປະຊຸມເຊື່ອມຕໍ່ການລົງທຶນ, ດຳເນີນທຸລະກິດລະຫວ່າງວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ເຊິ່ງດຳເນີນໃນວັນທີ 16 ສິງຫາ, ຢູ່ນະຄອນ ຫາຍຟ່ອງ. ນີ້ແມ່ນການເຄື່ອນໄຫວເພື່ອປະກອບສ່ວນສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ອຳນວຍຄວາມສະດວກ, ເພີ່ມທະວີການແກ່ງແຍ້ງຂອງວິສາຫະກິດ ສ.ເກົາຫຼີ ຢູ່ ຫາຍຟ່ອງ ຜ່ານການໜູນຊ່ວຍນັກລົງທຶນຊອກຫານັກສະໜອງແຫຼ່ງວັດສະດຸ, ເຄື່ອງອາໄຫຼ່ຢູ່ກັບທີ່, ຫຼຸດຜ່ອນລາຍຈ່າຍການຜະລິດດຳເນີນທຸລະກິດ, ເພີ່ມຄວາມສາມາດຕອບສະໜອງຕະຫຼາດວັດຖຸດິບຢູ່ພາຍໃນປະເທດ…

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລແອັງກວນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ, ໃຫ້ຄຳໝັ້ນສັນຍາວ່າ ຍາມໃດກໍ່ມານະພະຍາຍາມສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ອຳນວຍຄວາມສະດວກ, ສະເໝີພາບໃຫ້ແກ່ນັກລົງທຶນຕ່າງປະເທດ, ໃນນັ້ນມີນັກລົງທຶນທີ່ມາຈາກສ.ເກົາຫຼີ… ປະຈຸບັນ, ບັນດາວິສາຫະກິດ ສ.ເກົາຫຼີ ພວມນຳໜ້ານັບທັງຈຳນວນໂຄງການ ແລະ ເງິນລົງທຶນໃນຈຳນວນນັກລົງທຶນທີ່ລົງທຶນເຂົ້າ ຫາຍຟ່ອງ, ດ້ວຍ 173 ໂຄງການ ແລະ ຈຳນວນທຶນຈົດທະບຽນ 9,65 ຕື້ USD.

        ເນື່ອງໃນໂອກາດນີ້, ມີບາງນັກລົງທຶນຂອງ 2 ຝ່າຍໄດ້ລົງນາມໃນສັນຍາຮ່ວມມືລົງທຶນ, ດຳເນີນທຸລະກິດ ແລະ ໄດ້ພົບປະ, ຊອກຫາກາລະໂອກາດລົງທຶນ, ຮ່ວມມືໂດຍກົງ.

ຕອບກັບ

ຂ່າວ/ບົດ​ອື່ນ