ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ 3 ໄຕ​ມາດ ທີ່ຍັງ​ເຫຼືອ​ຕ້ອງ​ອີງ​ໃສ່ການສົ່ງ​ອອກ

(VOVWORLD) -ນັກຊ່ຽວຊານເສດຖະກິດ ໂງຈີ໊ລອງ ໄດ້ສະເໜີແນະວ່າ ຕ້ອງມີນະໂຍບາຍສົ່ງເສີມ, ໜູນຊ່ວຍບັນດາວິສາຫະກິດ ໃຫ້ຖືກຕ້ອງຕາມເປົ້າໝາຍ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ຈຳເປັນເພື່ອຊຸກຍູ້ກຳລັງໜູນການເຕີບໂຕໃນໄລຍະຈະມາເຖິງ.
ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ 3 ໄຕ​ມາດ ທີ່ຍັງ​ເຫຼືອ​ຕ້ອງ​ອີງ​ໃສ່ການສົ່ງ​ອອກ - ảnh 1ພາບປະກອບ

ກົມໃຫຍ່ສະຖິຕິຫາກໍ່ປະກາດຕົວເລກສະຖິຕິເສດຖະກິດ - ສັງຄົມ ໄຕມາດ I/2021. ຕາມນັ້ນແລ້ວ, ຍອດຜະລິດຕະພັນພາຍໃນປະເທດ (GDP) ເພີ່ມຂຶ້ນ 4,48% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ບັນດານັກຊ່ຽວຊານເສດຖະກິດຕີລາຄາສູງບັນດາຄວາມມານະພະຍາຍາມໃນການບໍລິຫານຂອງລັດຖະບານ, ແຕ່ເພື່ອຮັບປະກັນໄດ້ເປົ້າໝາຍການເຕີບໂຕ 6,5%ໃນປີນີ້ແມ່ນ ຕ້ອງສືບຕໍ່ມານະພະຍາຍາມຫຼາຍກ່ວາອີກ. ນັກຊ່ຽວຊານເສດຖະກິດ ໂງຈີ໊ລອງ ໄດ້ສະເໜີແນະວ່າ ຕ້ອງມີນະໂຍບາຍສົ່ງເສີມ, ໜູນຊ່ວຍບັນດາວິສາຫະກິດ ໃຫ້ຖືກຕ້ອງຕາມເປົ້າໝາຍ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ຈຳເປັນເພື່ອຊຸກຍູ້ກຳລັງໜູນການເຕີບໂຕໃນໄລຍະຈະມາເຖິງ. ທ່ານ ຮອງສາດສະດາຈານ, ປ.ອ ຟ້າມເທ໊ແອັງ, ຫົວໜ້າກຸ່ມນັກຄົ້ນຄ້ວາເສດຖະກິດ, ສັງກັດສະຖາບັນຄົ້ນຄ້ວາ ເສດຖະກິດ ແລະ ນະໂຍບາຍ (VEPR) ຖືວ່າ:

        ການເຕີບໂຕເສດຖະກິດ ຫວຽດນາມ ຍັງຕ້ອງອີງໃສ່ການສົ່ງອອກ, ໃນປີນີ້ບັນດານະໂຍບາຍການເງິນເງິນຕາຂອງ ຫວຽດນາມ ຈະສວມບົດບາດທີ່ມີຄວາມສຳຄັນໜ້ອຍກ່ວາ ເມື່ອທຽບໃສ່ປີກາຍນີ້. ປີກາຍນີ້, ຫວຽດນາມ ໄດ້ລົງນາມສັນຍາການຄ້າເສລີຫຼາຍສະບັບ, ພິເສດແມ່ນສັນຍາ EVFTA ເຊິ່ງໄດ້ຮັບການຕັ້ງຄວາມຫວັງວ່າຈະມີການເສີມຂະຫຍາຍຢ່າງມີປະສິດທິຜົນໃນປີນີ້, ບັນດາວິສາຫະກິດ FDI ເຂົ້າມາ ຫວຽດນາມ ເຂົາເຈົ້າກໍ່ ມຸ່ງໄປສູ່ພຽງແຕ່ການສົ່ງອອກ, ນີ້ແມ່ນທ່າແຮງຂອງພວກເຮົາ, ດັ່ງນັ້ນ ຂ້າພະເຈົ້າຄິດວ່າ ການສົ່ງອອກຈະສວມບົດບາດຫຼັກເຂົ້າໃນການເຕີບໂຕໃນປີນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ