ການເຝິກອົບຮົມດ້ານສື່ມວນຊົນເພື່ອໂຄສະນາກ່ຽວກັບການເລືອກຕັ້ງ

ການເຝິກອົບຮົມດ້ານສື່ມວນຊົນເພື່ອໂຄສະນາກ່ຽວກັບການເລືອກຕັ້ງ - ảnh 1
ທ່ານ ເຈືອງມິງຕ໋ວນ ກ່າວຄຳເຫັນທີ່ຊຸດເຝິກອົບຮົມ
(ພາບ: petrotimes.vn)

(vovworld) –  ຕອນ​ເຊົ້າ​ວັນ​ທີ 15/4, ຢູ່​ຮ່າ​ໂນ້ຍ, ກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ຫ້ອງການ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໄດ້​ສົມທົບ​ກັນຈັດ​ຕັ້ງ​ການ​ເຝິກ​ອົບຮົມດ້ານ​ທັກສະ​ໃນ​ການ​ໂຄສະນາ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ ສສຊ ຊຸດ​ທີ 14 ​ແລະ ສະມາ​ຊິ​ກສະພາ​ປະຊາຊົນ ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ​ໃຫ້​ນັກ​ຂ່າວ, ບັນ​ນາ​ທິການ​ບັນດາ​ອົງການ​ສື່​ມວນ​ຊົນ​ຢູ່​ພາກ​ເໜືອ.

        ກ່າວ​ຄຳ​ເຫັນ​ທີ່​ການ​ໄຂ​ຊຸດ​ເຝິກອົບຮົມ, ທ່ານ ​ເຈືອງ​ມິ​ງຕ໋ວນ, ລັດຖະມົນຕີ​ວ່າການ ກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຢັ້ງຢືນ​ວ່າ:

        “​ໃນ​ການ​ໂຄສະນາ​ໃຫ້​ບັນດາ​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ, ​ສະ​ເໜີ​ໃຫ້​ບັນດາ​ອົງການ​ສື່​ມວນ​ຊົນ​ຕ້ອງ​ໂຄສະນາ​ຢ່າງ​ສະ​ເໝີ​ພາບ, ບໍ​ຈຳ​ແນ​ກຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ໂດຍ​ອົງການ, ຫົວໜ່ວຍ​ຈັດ​ຕັ້ງສະ​ເໜີ​ ກັບ​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ເອງ, ບໍ່​ຈຳ​ແນ​ກລະຫວ່າງ​ຜູ້​ມີ​ຕຳ​ແໜງ​ສູງ​ກັບ​ຜູ້​ບໍ່​ມີ​ຕຳ​ແໜງ​ສູງ, ພິ​ເສດ​ສຳ​ລັບ​ບັນດາ​ວິທະຍຸ​ຢູ່​ທ້ອງ​ຖິ່ນ.”


ຂ່າວ/ບົດ​ອື່ນ