ການ​ເລືອກ​ຕັ້ງ ຢູ່ ແອັດ​ສະ​ປາຍ: ການ​ແຂ່ງ​ຂັນ​ທີ່​ເຄັ່ງ​ຕຶງ ລະ​ຫວ່າງ ຝ່າຍ​ຂວາ ກັບ ຝ່າຍ​ຊ້າຍ

(VOVWORLD) -         ໄລ່ຮອດເວລາ 12 ໂມງຂອງວັນທີ 23 ກໍລະກົດ, ບໍ່ມີພັກ ຫຼື ສຳພັນທະມິດໃດ ບັນລຸໄດ້ຈຳນວນບັດສະໜັບສະໜູນສ່ວນໃຫຍ່ໃນການເລືອກຕັ້ງຢູ່ ແອັດສະປາຍ. ຕາມໝາກຜົນໃນເບື້ອງຕົ້ນແລ້ວ ດ້ວຍ 98% ຈຳນວນບັດໄດ້ນັບ, ພັກປະຊາຊົນ ຝ່າຍຂວາ ໄດ້ຮັບບັດສະໜັບສະໜູນຫຼາຍກວ່າ ພັກສັງຄົມກຳອຳນາດ ພຽງເລກໜ້ອຍ.
ການ​ເລືອກ​ຕັ້ງ ຢູ່ ແອັດ​ສະ​ປາຍ: ການ​ແຂ່ງ​ຂັນ​ທີ່​ເຄັ່ງ​ຕຶງ ລະ​ຫວ່າງ ຝ່າຍ​ຂວາ ກັບ ຝ່າຍ​ຊ້າຍ - ảnh 1ການນັບປັດຢູ່ Ronda, ແອັດສະປາຍ (ພາບ: Reuters)

ຕາມຕົວເລກໃນເບື້ອງຕົ້ນແລ້ວ, ພັກປະຊາຊົນ PP ບັນລຸໄດ້ບັດສະໜັບສະໜູນ 32,7% ບັດເລືອກຕັ້ງ, ພັກສັງຄົມ PSOE  ຂອງທ່ານນາຍົກລັດຖະມົນຕີ Pedro Sánchez ບັນລຸໄດ້ 31,9%. ພັກຂວາຈັດ ແລະ ພັກຂະບວນການຊ້າຍຈັດ Sumar ບັນລຸໄດ້ 12,4 ແລະ 12,3% ຈຳນວນບັດເລືອກຕັ້ງຕາມລຳດັບ.

        ໝາກຜົນດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ, ສະຫະພັນຝ່າຍຂວາ ລະຫວ່າງພັກ PP ແລະ  Vox ອາດຈະຂຶ້ນກຳອຳນາດນຳພາປະເທດ. ດ້ານອື່ນ, ຝ່າຍຊ້າຍ ເຊິ່ງເປັນສຳພັນທະມິດລະຫວ່າງພັກສັງຄົມກຳອຳນາດ ແລະ ພັກ Sumar ອາດຈະມີ 153 ບ່ອນນັ່ງ. ສຳພັນທະມິດດັ່ງກ່າວ ຕ້ອງການ 23 ບ່ອນນັ່ງຕື່ມອີກ ຈຶ່ງສາມາດບັນລຸໄດ້ຈຳນວນບ່ອນນັ່ງສ່ວນຫຼາຍຢູ່ສະພາແຫ່ງຊາດ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍ່ຕາມແຕ່ ພັກ PSOE ຂອງທ່ານນາຍົກລັດຖະມົນຕີ ແອດສະປາຍ ຍັງຕັ້ງຄວາມຫວັງວ່າ ຈະສືບຕໍ່ກຳອຳນາດ ຖ້າຫາກວ່າ Sánchez ສາມາດເກ້ຍກ່ອມບັນດາພັກຝ່າຍນ້ອຍຢູ່ເຂດ Catalonia ຫຼືເຂດ Basque ເຂົ້າຮ່ວມສະຫະພັນຂອງຕົນ.

ແອັງຕວັນ, ນັກຂ່າວ VOV ປະຈຳ ຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ