ການເລືອກຕັ້ງປະທານາທິບໍດີຢູ່ອີຕາລີ

ການເລືອກຕັ້ງປະທານາທິບໍດີຢູ່ອີຕາລີ - ảnh 1

(ພາບ:vov.vn)

(vovworld) -  ວັນ​ທີ 24/2, ຜູ້​ມີ​ສິດ​ເລືອກ​ຕັ້ງອີ​ຕາ​ລີ​ກ່ວາ 47 ລ້ານ​ຄົນ​ໄດ້​ໄປ​ປ່ອນ​ບັດ​ໃນ​ກາ​ນ​ເລືອກ​ຕັ້ງທົ່ວ​ປະ​ເທດ ຊື່​ງຈັດ​ຂຶ້ນ​ໃນ​ວັນ​ທີ 24 ​ແລະ 25/2. ການ​ປ່ອນ​ບັດ​ຄັ້ງນີ້​ຖືກ​ຖື​ວ່າ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ສຳລັບ​ອີ​ຕາ​ລີ ​ໃນ​ສະພາບ​ການ​ທີ່​ໂຣມ ພວມ​ຕ້ອງ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ເສດຖະກິດ​ຄື: ຊຸກ​ຍູ້​ການ​ເຕີບ​ໂຕຈີ​ດີ​ພີ, ຫລຸດຜ່ອນ​ອັດຕາ​ສ່ວນຜູ້​ຫວ່າງ​ງານ, ໜີ້​ສາທາລະນະ…​ໝາກຜົນ​ການ​ຢັ້ງຫາງ​ສຽງ​ຄັ້ງຕ່າງໆຫວ່າງ​ມໍ່ໆ​ມາ​ນີ້​ໃຫ້​ເຫັນ​ວ່າ: ພັນທະ​ມິດ​ກາງ​ຊ້າຍ​ຂອງ​ການ​ນຳ Pier Luighi  ພວມ​ລື່ນ​ກາຍພັນ​ທະ​ມິດ​ກາງ​ຂວາ​ຂອງ​ອະດີ​ດນາຍົກລັດຖະມົນຕີ Silvio Berlusconi ​ແລະ ຄາດ​ວ່າ​ຈະ​ຍາດ​ໄດ້​ທີ່​ນັ່ງ​ເປັນຈຳນວນ​ຫຼາຍ​ທີ່​ສະພາ​ຕ່ຳ​ລວມມີ 630 ທີ່​ນັ່ງ ​ແຕ່​ຈະ​ບໍ່​ສາມາດ​ຍາດ​ໄດ້​ໝາກຜົນ​ຄື​ດັ່ງກ່າວ​ທີ່​ສະພາ​ສູງ​ລວມມີ 315 ທີ່​ນັ່ງ. ໝາກຜົນ​ໃນ​ເບື້ອງ​ຕົ້ນຈະ​ຖືກ​ປະກາດ​ໃນຕອນ​ຄ່ຳ​ວັນ​ທີ 25/2.

ຂ່າວ/ບົດ​ອື່ນ