ການ​ເລືອກ​ຕັ້ງຢູ່ ອາ​ເມ​ລິ​ກາ 2020: ຜູ້​ສະ​ໝັກ​ເລືອກ​ຕັ້ງ Joe Biden ມີຄະ​ແນນ​ລືນ​ກາຍປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິກ​າ Donald Trump 9 ຄະ​ແນນ

(VOVWORLD) -ຕາມໝາກຜົນຂອງການຢັ່ງຫາງສຽງໂດຍຊ່ອງໂທລະພາບ Fox News ປະກາດໃນວັນທີ 29 ມີນາວ່າ, ທ່ານ Joe Biden ຜູ້ສະໝັກເລືອກຕັ້ງຂອງພັກປະຊາທິປະໄຕພວມມີຄະແນນລືນກາຍທ່ານ Donald Trump ປະທານາທິບໍດີອາເມລິກາ 9 ຄະແນນ. 

ການ​ເລືອກ​ຕັ້ງຢູ່ ອາ​ເມ​ລິ​ກາ 2020: ຜູ້​ສະ​ໝັກ​ເລືອກ​ຕັ້ງ Joe Biden ມີຄະ​ແນນ​ລືນ​ກາຍປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິກ​າ Donald Trump 9 ຄະ​ແນນ - ảnh 1ທ່ານ Joe Biden ອະດີດຮອງປະທານາທິບໍອາເມລິກາ ແລະ ທ່ານ Donald Trump ປະທານາທິບໍດີອາເມລິກາ

(ພາບ: AFP/TTXVN)

ໝາກຜົນຂອງການສຳຫຼວດໃຫ້ຮູ້ວ່າ ທ່ານ Joe Biden ອະດີດຮອງປະທານາທິບໍດີໄດ້ຮັບອັດຕາສະໜັບສະໜູນ 49% ຈາກບັນດາຜູ້ເຂົ້າຮ່ວມການຢັ່ງຫາງສຽງ, ໃນຂະນະນັ້ນ ທ່ານ Donald trump ປະທານາທິບໍດີອາເມລິກາ ໄດ້ຮັບອັດຕາສະໜັບສະໜູນແມ່ນ 40%. 11% ຈຳນວນຜູ້ຖືກຖາມໃຫ້ຮູ້ວ່າ ຍັງບໍ່ທັນຕັດສິນໃຈ ຫຼື ຈະປ່ອນບັດເລືອກຕັ້ງເອົາຜູ້ອື່ນ.

ປັດຈຸບັນ ທ່ານ Joe Biden ພວມຊຸກຍູ້ຍຸດທະສາດຫາສຽງເລືອກຕັ້ງຂອງຕົນຢ່າງແຮງເມື່ອປະກາດແຜນການຊຸກຍູ້ການພັດທະນາເສດຖະກິດອາເມລິກາ, ເຊິ່ງພວມຖືກຜົນກະທົບທາງລົບຍ້ອນໂລກລະບາດ Covid – 19. ໃນຂະນະນັ້ນ, ທ່ານ Donald trump ໄດ້ລົງທາງອິນເຕີແນດເທບວິດີໂອກ່ຽວກັບຍຸດທະຍາດຫາສຽງເລືອກຕັ້ງຄືນໃໝ່ຂອງຕົນ, ໃນນັ້ນໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບັນດາມາດຕະການຮັບມືຂອງອຳນາດການປົກຄອງທີ່ມີຕໍ່ກັບໂລກລະບາດ Covid – 19, ພ້ອມທັງຍ້ອງຍໍຊົມເຊີຍປະຊາຊົນອາເມລິກາ ທີ່ມີຄວາມສາມັກຄີກັນໃນການສະກັດກັ້ນໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ