ການເລືອກຕັ້ງຢູ່ອາເມລິກາປີ2016:ບັນດາບັ້ນຮົບໂຄສະນາຫາສຽງເລືອກຕັ້ງໄດ້ເພີ່ມຂຶ້ນກະໂດດຂັ້ນເມື່ອທຽບໃສ່ປີ2012

ການເລືອກຕັ້ງຢູ່ອາເມລິກາປີ2016:ບັນດາບັ້ນຮົບໂຄສະນາຫາສຽງເລືອກຕັ້ງໄດ້ເພີ່ມຂຶ້ນກະໂດດຂັ້ນເມື່ອທຽບໃສ່ປີ2012 - ảnh 1
ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ປີ 2016 ໄດ້​ສ້າງ​ຕົວ​ເລກ​ສະ​ຖິ​ຕິ​ໃຫມ່ກ່ຽວ​ກັບ​ຈຳ​ນວນ​ການ​ໂຄ​ສະ​ນາ
ພາບ:internet

(vovworld)- ບັນ​ດາ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ປີ 2016 ໄດ້​ສ້າງ​ຕົວ​ເລກ​ສະ​ຖິ​ຕິ​ໃຫມ່​ກ່ຽວ​ກັບ​ຈຳ​ນວນ​ການ​ໂຄ​ສະ​ນາ ດ້ວຍ​ລະ​ດັບ​ເພີ່ມ​ຂຶ້ນ 122% ເມື່ອ​ທຽບ​ໃສ່​ກ່ອນນີ້ 4 ປີ. ຕາມ​ການ​ຄົ້ນ​ຄ້​ວາ​ຂອງ Wesleyan Media Project ຊື່ງ​ແມ່ນ​ໂຄງ​ການ​ຄົ້ນ​ຄ້​ວາ​ສະ​ເພາະ​ລາຍ​ການ​ໂຄ​ສະ​ນາ​ໂດຍ​ໄດ້​ອອກ​ອາ​ກາດ​ໃນ​ບັນ​ດາບັ້ນ​ເລືອກ​ຕັ້ງ​ຢູ່​ອາ​ເມ​ລິ​ກາ ນັບ​ແຕ່​ເດືອນ 1/2015, ບັນ​ດາບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ປະ​ທາ​ນາ​ທິບ​ໍ​ດີ​ຂອງ​ບັນ​ດາ​ພັກ​ຝ່າຍ​ກໍ​ຄື​ກຸ່ມ​ຫາ​ສຽງ​ເລືອກ​ຕັ້ງ​ພາຍນອກ​ໄດ້​ໃຊ້​ຈຳ​ນວນ​ເງິນ 408 ລ້ານ USD ໃຫ້​ແກ່ 480.000 ລາຍ​ການ​ໂຄ​ສະ​ນາ ເມື່ອ​ທຽບ​ໃສ່​ປີ 2012 ແມ່ນ​ໃຊ້ ຈຳ​ນວນ​ເງິນ 120 ລ້ານ USD ໃຫ້​ແກ່ 220.000 ລາຍ​ການ​ໂຄ​ສະ​ນາ​.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ