ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ: ພັກ​ຂອງ​ທ່ານ Hun Sen ກຳ​ລັງ​ຍາດ​ໄດ້​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ​ສ່ວນ​ໃຫຍ່​

(VOVWORLD) - ໝາກຜົນການເລືອກຕັ້ງໃນເບື້ອງຕົ້ນຂອງຄະນະກໍາມະການເລືອກຕັ້ງແຫ່ງຊາດ ກໍາປູເຈຍ ໄດ້ອັບເດດ ແລະ ຮວບຮ່ວມຈາກຜົນການນັບບັດຢູ່ແຕ່ລະສະຖານທີ່ປ່ອນບັດ ແລະ 25 ເຂດເລືອກຕັ້ງໃນທົ່ວປະເທດ ໄດ້ຊີ້ໃຫ້ເຫັນວ່າ ພັກປະຊາຊົນ ກໍາປູເຈຍ (CPP) ໂດຍທ່ານນາຍົກລັດຖະມົນຕີ Hun Sen ນໍາພາ ແນ່ນອນວ່າ ຈະຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດຊຸດທີ 7 ເຊິ່ງໄດ້ດຳເນີນໃນວັນທີ 23 ກໍລະກົດ.
ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ: ພັກ​ຂອງ​ທ່ານ Hun Sen ກຳ​ລັງ​ຍາດ​ໄດ້​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ​ສ່ວນ​ໃຫຍ່​ - ảnh 1ທ່ານນາຍົກລັດຖະມົນຕີ ທັງເປັນ ປະທານພັກ CPC Samdech Hun Sen ຢູ່ບ່ອນປ່ອນບັດ (ພາບ:VOV)

ໄລ່ຮອດເວລາ 22 ໂມງຂອງວັນທີ 23 ກໍລະກົດ, ດ້ວຍ 80% ຈຳນວນບັດໄດ້ນັບ, ພັກປະຊາຊົນ CPC ຍາດໄດ້ຫຼາຍກວ່າ 83,2% ຈຳນວນບັດສະໜັບສະໜູນ, ຫຼາຍກວ່າພັກ FUNCINPEC  ປະມານກວ່າ 8 %. ສະເພາະຢູ່ນະຄອນ ພະນົມເປັນ, ໝາກຜົນໃນເບື້ອງຕົ້ນຂອງ ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC)  ໄດ້ຊີ້ໃຫ້ເຫັນວ່າ ພັກ CPP  ຍາດໄດ້ຫຼາຍກວ່າ 84% ຈຳນວນບັດເລືອກຕັ້ງ, ຜ່ານນັ້ນ ຍາດໄດ້ 11/12 ບ່ອນນັ່ງສະມາຊິກລັດຖະສະພາຂອງນະຄອນຫຼວງ. ສິ່ງດັ່ງກ່າວໝາຍຄວາມວ່າ ທ່ານ Hun Manet, ລູກຊາຍຂອງທ່ານນາຍົກລັດຖະມົນຕີ Hun Sen - ຜູ້ສະໝັກເລືອກຕັ້ງນາຍົກລັດຖະມົນຕີໃນອະນາຄົດຂອງພັກ CPP ແລະ ຢືນອັນດັບທີໜຶ່ງໃນຈຳນວນຜູ້ສະໝັກເລືອກຕັ້ງ 12 ທ່ານຂອງພັກ CPP ທີ່ເຂົ້າຮ່ວມການອອກສະໝັກເລືອກຕັ້ງຢູ່ ພະນົມເປັນນັ້ນ, ແມ່ນເກືອບຄືວ່າແນ່ນອນກາຍເປັນສະມາຊິກລັດຖະສະພາສະພາໃນອາຍຸການຕໍ່ໄປແລ້ວ.

ວັນທີ 23 ກໍລະກົດ, ຜູ້ມີສິດເລືອກຕັ້ງ ກຳປູເຈຍ ຫຼາຍກວ່າ 8,2 ລ້ານຄົນ ໄດ້ໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດທີ 7, ກວມເອົາ 84,58% ໃນຈຳນວນຜູ້ມີສິດເລືອກຕັ້ງທັງໝົດກວ່າ 9.710.000 ຄົນ. ຕາມແຈ້ງການຈາກຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ ແລ້ວ,  ການເລືອກຕັ້ງສະພາແຫ່ງຊາດຊຸດທີ 7 ໄດ້ດຳເນີນໄປຢ່າງສະດວກດີ.

ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ກຳປູເຈຍ

ຕອບກັບ

ຂ່າວ/ບົດ​ອື່ນ