ການແກ້ ໄຂການຍາດຊິງອະທິປະໄຕຢູ່ທະເລ ແມ່ນ ຕ້ອງອີງໃສ່ ກົດໝາຍທະເລປີ 1982

   ການແກ້ ໄຂການຍາດຊິງອະທິປະໄຕຢູ່ທະເລ ແມ່ນ ຕ້ອງອີງໃສ່ ກົດໝາຍທະເລປີ 1982 - ảnh 1
(ພາບ : http://tamnhin.net)

ກົດໝາຍວ່າດ້ວຍທະເລປີ 1982 ຍັງບໍ່ທັນສາມາດຕອບສະໜອງຜົນປະໂຫຍດ​ແລະ​ຈຸ​ດໝາຍຂອງທຸກໆ​ປະ​ເທດ, ​ແຕ່​ມັນ​ຍັງ​ຄົງເປັນພື້ນຖານ​ໃຫ້ແກ້ການກະທຳ ແລະ ຮ່ວມມືໃນຂົງເຂດທະເລ. ວັນທີ 6/12 ກ່າວຄຳເຫັນທີ່ ກອງປະຊຸມ ຄົບຄະນະ ຂອງ​ຊະ​ມັດ​ຊາ​ໃຫຍ່ ສປຊ ກ່ຽວ​ກັບ “ ມະຫາ​ສະໝຸດ ​ແລະ ກົດໝາຍວ່າດ້ວຍ ທະເລ  ”, ທ່ານ​ເອກ​ອັກຄະ​ລັດຖະທູດ ບຸ​ຍ​ເທ໋ຢາງ ຮອງ​ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ​ປະຈຳ ສປຊ ຖື​ວ່າ ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ໄດ້​ມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ໃຫຍ່ຫຼວງເຂົ້າໃນການຊຸກຍູ້ສັນຕິພາບ ແລະ ຄວາມສະຫງົບໃນໂລກ. ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ໄດ້ສະໜອງກອບກົດໝາຍຊຶ່ງ ໄດ້ຮັບການ ຮັບຮູ້ຢ່າງກ້ວາງຂວາງໃນທົ່ວໂລກ ເພື່ອ ໃຫ້ບັນດາປະເທດແຄມທະເລ ສ້າງ ແລະ ປະຕິບັດບັນດາສິດ ແລະ ພັນທະ ກ່ຽວກັບທະເລ. ທ່ານ​ເອກ​ອັກຄະ​ລັດຖະທູດບຸ​ຍ​ເທ໋ຢາງເນັ້ນໜັ້ກວ່າ ຫວຽດນາມ ເຫັນດີເປັນ ເອກະສັນກັບ ທັດສະນະຮ່ວມ ກ່ຽວກັບຄວາມສຳຄັນຂອງການນຳໃຊ້ ແລະ ພັດທະນາທະເລ, ໃນນັ້ນການ ຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທະເລແມ່ນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກໄດ້. ໂດຍແມ່ນປະເທດແຄມທະເລ, ຫວຽດນາມຍາມໃດກໍ່ເອົາໃຈໃສ່ເຖິງ ບັນຫາການ ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ​ ສາກົນ, ​ໃນ​ນັ້ນ​ມີ​ການ​ນຳ​ໃຊ້ ​ແລະ ຄຸ້ມ​ຄອງ​ທະ​ເລ​ຕາ​ເວັນ​ອອກ. ກ່ຽວ​ກັບ​ບັນຫາ​ນີ້, ປັດ​ໃຈ​ທີ່​ສຳຄັນ ກໍ່​ແມ່ນ​ການ​ເຄົາລົບ​ນັບຖື​ລະບຽບ​ກົດໝາຍ ຊຶ່ງ​ໄດ້​ຖືກ​ສ້າງ​ຂຶ້ນ​ຈາກ ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​. ສົນທິສັນຍາ​ນີ້ ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາປະ​ເທດອ້ອມ​ແອ້ມ​ທະ​ເລຕາ​ເວັນ​ອອກ​ເກືອບ​ທັງ​ໝົດ.

ຂ່າວ/ບົດ​ອື່ນ