ການແຫ່ຂະບວນປະທ້ວງກາຍເປັນການປະທະກັນຢູ່ນະຄອນຫລວງJakarta

ການແຫ່ຂະບວນປະທ້ວງກາຍເປັນການປະທະກັນຢູ່ນະຄອນຫລວງJakarta - ảnh 1
ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ນະຄອນຫລວງ Jakarta
(ພາບອິນເຕີແນັດ)

(vovworld) – ​ ວັນ​ທີ 05/11 ທ່ານ​ປະທານ​າທິບໍດີ ອິນ​​ໂດ​ເນ​ເຊຍ Joko Wildodo ​ໄດ້​​ໂຈະ​ການ​ຢ້ຽມຢາມ ອົດ​ສະ​ຕາ​ລີ ​ໂດຍ “ສະພາບ​ຄວາມສະຫງົບ​ປອດ​ໄພ​ຢູ່​ນະຄອນຫລວງ Jakarta”. ກ່ອນ​ໜ​້ານັ້ນ ​ຕອນ​ຕຳ່​ວັນ​ທີ 04/11 ທ່ານ​ປະທານາທິບໍດີ ອິນ​​ໂດ​ເນ​ເຊຍ Joko Wildodo ຮຽກຮ້ອງ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ນະຄອນຫລວງ Jakarta ກັບ​ເມືອ​ເຮືອນ ​ແລະ ຢຸດຕິ​ສະພາບ​ການກໍ່​ຈະລາຈົນ. ກ່າວ​ຄຳ​ເຫັນ​ຕໍ່​ວົງການ​ນັກ​ຂ່າວ​ຢູ່​ສຳນັກງານ​ປະ​ທາ​ນາ​ທິບໍດີ ທ່ານ Wildodo ຖະ​ແຫຼ​ງວ່າ ບັນດາ​ກຳລັງ​ປະຕິບັດ​ກົດໝາຍ​ຈະ​ປະຕິບັດ​ຄວາມ​ຮັບຜິດຊອບ​ຢ່າງ​ຖືກຕ້ອງ ​ເມື່ອສະຫລາຍ​ກຸ່ມ​ຄົນ. ​ໃນ​ຂະນະ​ນັ້ນ ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ນະ​ຄອນ​ຫລວງ Jakarta ຂອງ ອິນ​ໂດ​ເນ​ເຊຍ ຍັງ​ບໍ່​ທັນ​ມີສັນຍານ​ຫລຸດ​ລົງ. ຕາມ​ການ​ຈົດ​ທະບຽນ​ກ່ອນ​ນັ້ນ ການ​​ແຫ່​ຂະ​ບວນປະ​ທ້ວງ ພຽງ​ແຕ່​ໄດ້​ດຳ​ເນີນ​ຈົນ​ຮອດ 18 ​ໂມງ (ຕາມ​ເວລາ​ທ້ອງ​ຖິ່ນ) ວັນ​ທີ 04/11 ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ