ການແຫ່ຂະບວນປະທ້ວງຂະໜາດໃຫຍ່ຄັດຄ້ານອາເມລິກາ ຢູ່ອີຣານ

(VOVWORLD) -ບັນດາຜູ້ເຂົ້າຮ່ວມການເດີນຂະບວນປະທ້ວງໄດ້ເຕົ້າໂຮມກັນຢູ່ສະໜາມຫຼວງ Tahrir ເພື່ອສະໜັບສະໜູນຄຳຮຽກຮ້ອງເຕົ້າໂຮມຂອງບັນດາກຳລັງລະດົມປະຊາຊົນອີຣານ (PMF) - ເຊິ່ງໄດ້ຮັບຖືວ່າໄດ້ຮັບການໜູນຫຼັງຈາກອີຣານ.

ການແຫ່ຂະບວນປະທ້ວງຂະໜາດໃຫຍ່ຄັດຄ້ານອາເມລິກາ ຢູ່ອີຣານ - ảnh 1ມີປະຊາຊົນນັບພັນໆຄົນໄດ້ເຕົ້າໂຮມຢູ່ນະຄອນຫຼວງ ແບັກແດດ

(ພາບ: Reuters)

ວັນທີ 03 ມັງກອນ, ມີປະຊາຊົນນັບພັນໆຄົນໄດ້ເຕົ້າໂຮມຢູ່ນະຄອນຫຼວງ ແບັກແດດ ແລະ ຮ້ອງໂຮບັນດາຄຳຂວັນຄັດຄ້ານອາເມລິກາ. ເຫດການດຳເນີນກົງກັບເວລາ 1 ປີທີ່ອາເມລິກາ ບຸກໂຈມຕີທາງອາກາດສະໜາມບິນສາກົນຢູ່ນະຄອນຫຼວງ ແບັກແດດ ຂອງອີຣານ, ເຮັດໃຫ້ນາຍພົນ Quassem Soleimani ຂອງອີຣານ ເສຍຊີວິດ.

        ບັນດາຜູ້ເຂົ້າຮ່ວມການເດີນຂະບວນປະທ້ວງໄດ້ເຕົ້າໂຮມກັນຢູ່ສະໜາມຫຼວງ Tahrir ເພື່ອສະໜັບສະໜູນຄຳຮຽກຮ້ອງເຕົ້າໂຮມຂອງບັນດາກຳລັງລະດົມປະຊາຊົນອີຣານ (PMF) - ເຊິ່ງໄດ້ຮັບຖືວ່າໄດ້ຮັບການໜູນຫຼັງຈາກອີຣານ.

        ນາຍພົນ Quassem Soleimani, ຜູ້ບັນຊາການຫົວໜ່ວຍ Quds ຂຶ້ນກັບບັນດາກຳລັງພິທັກຮັກສາປະຕິວັດອິດສະລາມອີຣານ, ຖືກເສຍຊີວິດໃນເຫດບຸກໂຈມຕີທາງອາກາດເມື່ອວັນທີ 03 ມັງກອນ 2020. ອີຣານ ໄດ້ກ່າວປະນາມເຫດການບຸກໂຈມຕີດັ່ງກ່າວຂອງອາເມລິກາ ຢ່າງຮຸນແຮງ ແລະ ຖະແຫຼງວ່າ ຈະໂຕ້ຕອບຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ