ການແຫ່ຂະບວນປະທ້ວງຢູ່ ປອກຕຸຍການ ຄັດຄ້ານການ ຮັດເຂັມຄັດງົບປະມານ

ການແຫ່ຂະບວນປະທ້ວງຢູ່ ປອກຕຸຍການ ຄັດຄ້ານການ ຮັດເຂັມຄັດງົບປະມານ - ảnh 1
ປະຊາຊົນ ປອກຕຸຍ​ການ ​ຄັດຄ້ານ​ເລື່ອງ
ຮັດ​ເຂັມຄັດງົ​ບປະມານ
(ພາບ: DPA)


(vovworld) -     ວັນ​ທີ 27/11, ປະຊາຊົນ ປອກຕຸຍ​ການ ນັບ​ພັນ​ຄົນ​ໄດ້​ເຕົ້າ​ໂຮມ​ກັນຢູ່​ນອກ​ສຳນັກງານ​ສະພາ​ແຫ່ງ​ຊາດ ​ເພື່ອ​ຄັດຄ້ານ​ເລື່ອງ​ອົງການ​ນິຕິບັນ​ຍັດ​ຂອງ​ປະ​ເທດ​ນີ້​ຈັດ​ກອງ​ປະຊຸມ​ເພື່ອ​ຮັບຮອງ​ເອົາ​ໂຄງການຮັດ​ເຂັມຄັດງົ​ບປະມານ​ໃຫ້​ແກ່​ສົກ​ປີ​ການ​ເງິນ 2013 ເປັນ​ຄັ້ງ​ສຸດ​ທ້າ​ຍ. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ຖື​ປ້າຍ​ຄຳ​ຂວັນ​ຄັດຄ້ານ​ນະ​ໂຍບາຍ​ຮັດ​ເຂັມຄັດ​ງົບປະມານ ​ເຊິ່ງ​ເປົ້າ​ຫມາຍ​ຖືກ​ຜົນ​ສະ​ທ້ອນ​ຫຼາຍ​ກວ່າ​ໝູ່​ແມ່ນ​ປະຊາຊົນ. ຜູ້​ຕາງໜ້າ​ສະຫະພັນ​ໃຫຍ່​ແຮງງານ ປອກຕຸຍ​ການ, ​ແມ່ນ​ສະຫະພັນ​ໃຫຍ່​ສຸດ​ຂອງ​ປະ​ເທດ​ສະມາຊິກ​ພາກ​ພື້ນ​ທີ່ໃຊ້​ສະກຸນ​ເງິນ​ເອ​ີໂລລວມ ນີ້​ໃຫ້​ຮູ້​ວ່າ ​ເຂົ້າ​ເຈົ້າ​ຄັດຄ້ານ​ເງື່ອນ​ໄຂ​ທີ່​ຫຍຸ້ງຍາກ​ຂອງ​ກຸ່ມ​ເຈົ້າ​ໜີ້ ​ເຊິ່ງລວມມີ ກອງ​ທຶນ​ເງິນຕາ​ສາກົນ, ສະຫະພາບ​ເອີ​ລົບ ​ແລະ ທະນາຄານ​ສູນ​ກາງ​ເອີ​ລົບ ​ເພື່ອ​ແລກ​ເອົາ​ປ້ວງ​ເງິນ​ອຸປະຖຳ​ທີ່​ມີ​ມູນ​ຄ່າ 101 ຕື້ USD ​ໃຫ້​ແກ່​ປະ​ເທດ​ນີ້.

ໂດຍບໍ່ຫົວຊາ​ຕໍ່​ການ​ຄັດຄ້ານ​ຂອງ​ປະຊາຊົນ, ​ໃນ​ກອງ​ປະຊຸມ​​ເມື່ອ​ຕອນ​ບ່າຍ​ວັນ​ທີ 27/11, ສະພາ​ແຫ່ງ​ຊາດ ປອກຕຸຍ​ການ ​ໄດ້​ຮັບ​ຮອງ​ເອົາ​ຮ່າງ​ງົບປະມານຮັດ​ເຂັມຄັດ​ ດັ່ງກ່າວ​ເປັນ​ຄັ້ງ​ສຸດ​ທ້າ​ຍ.

ຂ່າວ/ບົດ​ອື່ນ