ການແຫ່ຂະບວນປະທ້ວງແຜ່ລາມອອກຢ່າງກ້ວາງຂວາງຢູ່ທາງທິດຕາເວັນອອກຢູແກຼນ

ການແຫ່ຂະບວນປະທ້ວງແຜ່ລາມອອກຢ່າງກ້ວາງຂວາງຢູ່ທາງທິດຕາເວັນອອກຢູແກຼນ - ảnh 1
ຜູ້ແຫ່ຂະບວນປະທ້ວງຢູ່ Donetsk
(ພາບ: AFP/TTXVN)

(vovworld) – ​ວັນ​ທີ 27/4, ມີ​ປະຊາຊົນ​ເກືອບ 3.000 ຄົນ​ໄດ້​ລົງ​ຖະໜົນ​​ເຂົ້າ​ຮ່ວມ​ການແຫ່​ຂະ​ບວນປະ​ທ້ວງ​ ຢູ່​ສະໜາມ​ຫຼວງ ​ເລນ​ີນ ທີ່​ໃຈກາງ​ນະຄອນ Donetsk ຂອງ ຢູ​ແກຼນ ຮຽກຮ້ອງ​ໃຫ້​ດຳ​ເນີນ​ການ​​ເອົາປະຊາ​ມະຕິກ່ຽວ​ກັບ​ການ​ຫັນ​ ຢູ​ແກຼນ​ເປັນ​ສະຫະພັນ. ກໍ່​ໃນ​ຈຸດເວລາ​ນີ້, ປະຊາຊົນ​ນັບ​ຮ້ອຍ​ຄົນ​ໄດ້​ເຕົ້າ​ໂຮມກັນ​ຢູ່​ສະໜາມ​ຫຼວງ ​ໃຈກາງ​ນະຄອນ Kharkov ​ເພື່ອ​ຮຽກຮ້ອງ​ໃຫ້​ດຳ​ເນີນ​ການ​ເອົາ​ປະຊາ​ມະຕິ​​ກ່ຽວ​ກັບ​ການ​​ຫັນ​ ຢູ​ແກຼນ ເປັນ​ສະຫະພັນ, ພ້ອມ​ທັງສະ​ແດງ​ຄວາມເຫັນ​ດີ​ເຫັນ​ພ້ອມ​ກັບບັນດາ​ເຂດ​ອື່ນ​ຢູ່​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້ຂອງ​ປະ​ເທດ​ນີ້ ​ໃນ​ການຄັດຄ້ານ​ລັດຖະບານ​ຊົ່ວຄາວ ກີ​ແອບ ​ໃນປະຈຸ​ບັນ. ສ່ວນ​ຢູ່​ແຂວງ Lugansk, ບັນດາ​ຜູ້​ສະໜັບສະໜູນ​ການ​ຫັນ​ຢູ​ແກຼນ ເປັນ ສະ​ຫະພັນ ​ໄດ້​ຈັດ​ຕັ້ງ​ການ​ແຫ່​ຂະ​ບວນປະ​ທ້ວງ ​ແລະ ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ ກີ​ແອບ ອະ​ໄພ​ຍະ​ໂທດ​ໃຫ້​ຜູ້​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ທຸກ​ຄົນ, ຮັບຮູ້​ພາສາ ລັດ​ເຊຍ ​ແມ່ນ​ພາສາ​ໜຶ່ງຂອງ​ປະ​ເທດ​, ກໍ່ຄື​ດຳ​ເນີນ​ການ​ເອົາ​ປະຊາ​ມະຕິ​ກ່ຽວກັບ​ອະນາຄົດ​ຂອງ​​ເຂດ​ນີ້.

 

ຂ່າວ/ບົດ​ອື່ນ