ການໂອ້ລົມສົນທະນາ“ດຳເນີນທຸລະກິດກັບຫວຽດນາມ”ຢູ່ອິນເດຍ

ການໂອ້ລົມສົນທະນາ“ດຳເນີນທຸລະກິດກັບຫວຽດນາມ”ຢູ່ອິນເດຍ - ảnh 1
ພາບ​ປະ​ກອບ

(vovworld) - ວັນ​ທີ 12/2, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ເດຍ ແລະ ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ສົ່ງ​ອອກ ອິນ​ເດຍ (FIEO) ສົມ​ທົບ​ກັນ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ທີ່​ມີ​ຫົວ​ຂໍ້​ວ່າ: “ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ”. ກ່າວ​ຄຳ​ເຫັນ​ໄຂ​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ FIEO Ajay Sahai ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ຫວຽດ​ນາມ ໃນ​ນະ​ໂຍ​ບາຍ “ມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ” ຂອງ ອິນ​ເດຍ. ທ່ານ​ຖື​ວ່າ: ຫວຽດ​ນາມ ແມ່ນ “ປະ​ຕູ” ເພື່ອ​ໃຫ້ ອິນ​ເດຍ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ ແລະ ພົວ​ພັນ​ຄ້າ​ຂາຍ​ກັບ​ບັນ​ດາ​ປະ​ເທດ ອີ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

        ພາຍຫຼັງ​ເນັ້ນ​ໜັກ​​ເຖິງການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ ແລະ ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ເດຍ ໂຕນ​ຊິງ​ແທ່ງ ຊີ້​ແຈ້ງວ່າ: 2 ປະ​ເທດ​ຍາມ​ໃດ​ກໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ແລະ​ ພາກ​ພື້ນ​ຄື​: ສ​ປ​ຊ, ອົງ​ການ​ການ​ຄ້າ​ໂລກ (WTO), ອາ​ຊຽນ, ເວ​ທີ​ປາ​ໄສ ອາ​ຊີ​ຕ​າ​ເວັນ​ອອກ (EAS)… ການ​ພົວ​ພັນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ໄດ້​ເພີ່ມ​ທະ​ວີ​ຢ່າງ​ແຮງ, ຕາມນັ້ນ​ແລ້ວ, ອິນ​ເດຍ ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ຈຳ​ນວນ 10 ຄູ່​ຮ່ວມ​ມື​ການ​ຄ​້າ​ອັນ​ດັບ​ໜຶ່ງ​ຂ​ອງ ຫວຽດ​ນາມ. ຫວຽດ​ນາມ ສືບ​ຕໍ່​ແມ່ນ​ສະ​ຖານ​ທີ່​ລົງ​ທຶນ​ດູດ​ດື່ມ​ຂອງ​ບັນ​ດາ​ບໍ​ລິ​ສັດ ອິນ​ເດຍ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂຕນ​ຊິງ​ແທ່ງ, ຖື​ວ່າ: ຫວຽດ​ນາມ ແລະ ອິນ​ເດຍ ແມ່ນ 2 ພື້ນ​ຖານ​ເສດ​ຖະ​ກິດ​ຂະ​ຫຍັນ​ຂັນ​ເຄື່ອນ​ພວ​ມ​ພັດ​ທະ​ນາ, ລ້ວນ​ແຕ່​ມີ​ຕະຫຼາດ​ໃຫຍ່. ທັງ 2 ປະ​ເທດບໍ່​ພຽງ​ແຕ່​ຕ້ອງ​ການ​ຕະຫຼາດ​ສົ່ງ​ອອກ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ການ​ນຳ​ເຂົ້າ​ເພື່ອ​ຕອ​ບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ, ຜ່ານນັ້ນ​ສ້າງ​ບັນ​ດາ​ກາ​ລະ​ໂອ​ກາດ​ໃຫຍ່​ສຳ​ລັບ​ວິ​ສາ​ຫະ​ກິດ 2 ປະ​ເທດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເພື່ອ​ບັນ​ລຸ​ໄດ້​ຈຸດ​ໝາຍນີ້, ຍັງ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຈາກ​ລັດ​ຖະ​ບານ ແລະ ປະ​ຊາ​ຄົມ​ນັກ​ວິ​ສາ​ຫະ​ກິດ ຂອງ ຫວຽດ​ນາມ ແລະ ອິນ​ເດຍ.

 

 


ຂ່າວ/ບົດ​ອື່ນ