ການໂອ້ລົມສົນທະນາລະຫວ່າງວິສາຫະກິດຫວຽດນາມ - ແຟງລັງ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ແຟງລັງ ຢ່າງເປັນທາງການ, ຕອນເຊົ້າວັນທີ 11 ກັນຍາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ເຫ້ວ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາລະຫວ່າງວິສາຫະກິດຫວຽດນາມ - ແຟງລັງ.
ການໂອ້ລົມສົນທະນາລະຫວ່າງວິສາຫະກິດຫວຽດນາມ - ແຟງລັງ - ảnh 1ສະພາບການໂອ້ລົມສົນທະນາ
(ພາບ: TTXVN)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ປີ 2020, ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນໂລກລະບາດໂຄວິດ-19 ກໍຕາມ, ແຕ່ຫວຽດນາມ ຍັງບັນລຸລະດັບເຕີບໂຕ 2,91%. ໃນນັ້ນ, ວົງການສົ່ງອອກ-ນຳເຂົ້າຂອງຫວຽດນາມ ແລະ ເອີລົບ ລະດັບການເຕີບໂຕແມ່ນ 18% ແລະ ການຄ້າ 2 ສົ້ນກັບ ແຟງລັງ ແມ່ນ 61%. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຊື່ອໝັ້ນວ່າ, ດ້ວຍຄວາມຕັດສິນໃຈຂອງ ຫວຽດນາມ, ການຮ່ວມມືກັບເພື່ອມມິດສາກົນ, ໃນນັ້ນມີ ແຟງລັງ, ແນ່ນອນວ່າເປົ້າໝາຍຂອງຫວຽດນາມ ຈະບັນລຸໄດ້.

“ພວກຂ້າພະເຈົ້າໄດ້ຮູ້ວ່າ, ທ່າແຮງຂອງ ແຟງລັງ ແມ່ນມີພື້ນຖານເສດຖະກິດໂດຍອີງໃສ່ເຕັກໂນໂລຊີສຄງ, ມີລະບົບ startup ປ່ຽນແປງໃໝ່, ປະດິດຄິດສ້າງ. ສະນັ້ນ, ພວກຂ້າພະເຈົ້າປາດຖະໜາຢາກໄດ້ຮ່ຳຮຽນ, ແບ່ງປັນກັບບັນດາເພື່ອນ ແຟງລັງ ໃນບັນຫາດັ່ງກ່າວ, ບໍ່ພຽງແຕ່ແນໃສ່ເພີ່ມວົງເງິນການຄ້າສົ່ງອອກ-ນຳເຂົ້າເທົ່ານັ້ນ, ຫາກປາດຖະໜາວ່າ ມີນັກລົງທຶນຂອງ ແຟງລັງ ມາ ຫວຽດນາມ ແລະ ກົງກັນຂ້າມບັນດານັກລົງທຶນ ຫວຽດນາມ ສາມາດໄປລົງທຶນຢູ່ ແຟງລັງ”.

ຕອບກັບ

ຂ່າວ/ບົດ​ອື່ນ